ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 18:19
    ຄຳພີໄບເບິນສະບັບແປໂລກໃໝ່
    • 19 ເຮົາ​ຮູ້ຈັກ​ລາວ​ດີ​ວ່າ ລາວ​ຈະ​ສັ່ງ​ລູກ​ແລະ​ຄົນ​ໃນ​ເຮືອນ​ໃຫ້​ໃຊ້​ຊີວິດ​ຕາມ​ທີ່ເຮົາ​ເຢໂຫວາຕ້ອງການ ໂດຍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ.+ ແລ້ວ​ເຮົາ​ເຢໂຫວາ​ຈະ​ເຮັດ​ຕາມ​ທີ່​ໄດ້​ສັນຍາ​ກັບ​ອັບຣາຮາມ.”

  • ພະບັນຍັດ 4:9
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ໃຫ້​ລະວັງ​ແລະ​ເອົາໃຈໃສ່​ດີ​ໆ​ ເພື່ອ​ພວກ​ເຈົ້າ​ຊິ​ບໍ່​ລືມ​ໃນ​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ເຫັນ ແລະ​ເພື່ອ​ໃຫ້​ສິ່ງ​ເຫຼົ່າ​ນັ້ນ​ຢູ່​ໃນ​ໃຈ​ຂອງ​ພວກ​ເຈົ້າ​ໄປ​ຕະຫຼອດ​ຊີວິດ. ພວກ​ເຈົ້າ​ຕ້ອງ​ເລົ່າ​ສິ່ງ​ເຫຼົ່າ​ນັ້ນ​ໃຫ້​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ຟັງ.+

  • ໂຢຊວຍ 4:21-24
    ຄຳພີໄບເບິນສະບັບແປໂລກໃໝ່
    • 21 ລາວ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ: “ມື້​ໜ້າ ຖ້າ​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ຖາມ​ວ່າ ‘ຫີນ​ເຫຼົ່າ​ນີ້​ແມ່ນ​ຫີນ​ຫຍັງ?’+ 22 ພວກ​ເຈົ້າ​ຕ້ອງ​ອະທິບາຍ​ໃຫ້​ລູກ​ໃຫ້​ຫຼານ​ຟັງ​ວ່າ ‘ໃນ​ສະໄໝ​ແຕ່​ກີ້ ພວກ​ອິດສະຣາເອນ​ໄດ້​ຂ້າມ​ແມ່​ນ້ຳ​ຈໍແດນ​ເທິງ​ດິນ​ແຫ້ງ.+ 23 ຕອນ​ນັ້ນ ພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ​ໄດ້​ເຮັດ​ໃຫ້​ນ້ຳ​ໃນ​ແມ່​ນ້ຳ​ຈໍແດນ​ແຫ້ງເພື່ອພວກ​ເຮົາ​ຈະ​ຂ້າມ​ມາ​ໄດ້ ຄື​ກັບ​ຕອນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ​ໄດ້ເຮັດ​ໃຫ້ນ້ຳ​ໃນ​ທະເລ​ແດງ​ແຫ້ງ.+ 24 ພະເຢໂຫວາ​ເຮັດ​ແນວ​ນັ້ນ​ກໍ​ເພື່ອ​ໃຫ້​ທຸກ​ຄົນ​ໃນ​ໂລກ​ຮູ້​ວ່າ​ເພິ່ນມີ​ລິດເດດ​ຫຼາຍ​ສ່ຳ​ໃດ+ ແລະເພື່ອ​ລູກ​ຈະ​ໄດ້ຢ້ານຢຳ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ​ສະເໝີ.’”

ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌