-
2 ກະສັດ 20:12, 13ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ໃນຕອນນັ້ນ ເບໂຣດັກບາລາດານ*ກະສັດຂອງບາບີໂລນທີ່ເປັນລູກຊາຍຂອງບາລາດານໄດ້ສົ່ງຈົດໝາຍພ້ອມກັບຂອງຂວັນມາໃຫ້ເຮເຊກີຢາ ຍ້ອນລາວໄດ້ຍິນວ່າເຮເຊກີຢາບໍ່ສະບາຍ.+ 13 ເຮເຊກີຢາກໍເຕັມໃຈຕ້ອນຮັບຄົນທີ່ກະສັດສົ່ງມາ ແລະໃຫ້ເຂົາເຈົ້າເຂົ້າໄປເບິ່ງຄັງຊັບສິນທັງໝົດຂອງລາວ.+ ລາວຍັງໃຫ້ເຂົາເຈົ້າເບິ່ງເງິນ ຄຳ ນ້ຳມັນຫອມ ນ້ຳມັນອື່ນໆທີ່ມີຄ່າ ແລະບ່ອນທີ່ລາວເອົາອາວຸດໄວ້. ເຮເຊກີຢາໃຫ້ເຂົາເຈົ້າເບິ່ງທຸກຢ່າງທີ່ຢູ່ໃນວັງແລະຢູ່ໃນປະເທດຂອງລາວ.
-