-
2 ກະສັດ 20:14, 15ຄຳພີໄບເບິນສະບັບແປໂລກໃໝ່
-
-
14 ຈາກນັ້ນ ຜູ້ພະຍາກອນເອຊາຢາໄດ້ມາຫາກະສັດເຮເຊກີຢາແລະຖາມວ່າ: “ເຂົາເຈົ້າມາແຕ່ໃສແລະມາເວົ້າເລື່ອງຫຍັງ?” ເຮເຊກີຢາຕອບວ່າ: “ເຂົາເຈົ້າມາແຕ່ບາບີໂລນທີ່ຢູ່ໄກໆພຸ້ນ.”+ 15 ເອຊາຢາຖາມອີກວ່າ: “ເຂົາເຈົ້າເຫັນຫຍັງແດ່ຢູ່ໃນວັງຂອງທ່ານ?” ເຮເຊກີຢາຕອບວ່າ: “ເຂົາເຈົ້າເຫັນທຸກສິ່ງທຸກຢ່າງທີ່ຢູ່ໃນວັງຂອງຂ້ອຍ. ຂ້ອຍໃຫ້ເຂົາເຈົ້າເບິ່ງທຸກຢ່າງທີ່ຢູ່ໃນຄັງຊັບສິນຂອງຂ້ອຍ.”
-