-
2 ກະສັດ 20:16-18ຄຳພີໄບເບິນສະບັບແປໂລກໃໝ່
-
-
16 ເອຊາຢາຈຶ່ງເວົ້າກັບເຮເຊກີຢາວ່າ: “ໃຫ້ທ່ານຟັງສິ່ງທີ່ພະເຢໂຫວາເວົ້າ.+ 17 ພະເຢໂຫວາບອກວ່າ ‘ອີກຈັກໜ້ອຍທຸກສິ່ງທີ່ຢູ່ໃນວັງຂອງເຈົ້າແລະທຸກສິ່ງທີ່ປູ່ຍ່າຕານາຍຂອງເຈົ້າສະສົມໄວ້ຈະຖືກຂົນໄປບາບີໂລນ+ ຈະບໍ່ມີຫຍັງເຫຼືອຢູ່ນີ້ເລີຍ. 18 ລູກຫຼານຂອງເຈົ້າບາງຄົນຈະຖືກພາໄປບາບີໂລນ+ ແລະຈະເປັນຂ້າລາຊະການຢູ່ໃນວັງຂອງກະສັດ.’”+
-
-
2 ກະສັດ 24:11ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ເນບູກາດເນັດຊາກະສັດຂອງບາບີໂລນມາຮອດເມືອງເຢຣູຊາເລັມຕອນທີ່ພວກທະຫານຂອງລາວກຳລັງລ້ອມເມືອງນັ້ນຢູ່.
-
-
2 ຂ່າວຄາວ 36:18ຄຳພີໄບເບິນສະບັບແປໂລກໃໝ່
-
-
18 ເຄື່ອງໃຊ້ທຸກຢ່າງທັງອັນນ້ອຍອັນໃຫຍ່ທີ່ຢູ່ໃນວິຫານຂອງພະເຈົ້າທ່ຽງແທ້ກັບຊັບສົມບັດທີ່ຢູ່ໃນວິຫານຂອງພະເຢໂຫວາ ແລະຊັບສົມບັດຂອງກະສັດກັບຂອງພວກເຈົ້ານາຍ ລາວໄດ້ເອົາໄປບາບີໂລນຈົນໝົດ.+
-
-
ດານີເອນ 1:1, 2ຄຳພີໄບເບິນສະບັບແປໂລກໃໝ່
-
-
1 ໃນປີທີ 3 ທີ່ເຢໂຮຢາກີມ+ເປັນກະສັດປົກຄອງຢູດາ ເນບູກາດເນັດຊາກະສັດຂອງບາບີໂລນໄດ້ມາລ້ອມເມືອງເຢຣູຊາເລັມ.+ 2 ພະເຢໂຫວາໄດ້ໃຫ້ເນບູກາດເນັດຊາຕໍ່ສູ້ຊະນະເຢໂຮຢາກີມກະສັດຂອງຢູດາ.+ ເນບູກາດເນັດຊາໄດ້ເອົາເຄື່ອງໃຊ້ບາງຢ່າງໃນວິຫານຂອງພະເຈົ້າທ່ຽງແທ້ໄປບາບີໂລນ*+ ແລະເອົາໄປໄວ້ໃນຄັງຊັບສິນຢູ່ວິຫານຂອງພະເຈົ້າຂອງລາວ.+
-