-
1 ກະສັດ 16:23, 24ຄຳພີໄບເບິນສະບັບແປໂລກໃໝ່
-
-
23 ໃນປີທີ 31 ທີ່ກະສັດອາຊາປົກຄອງຢູດາ ອົມຣີກໍເປັນກະສັດປົກຄອງອິດສະຣາເອນ. ລາວປົກຄອງຢູ່ເມືອງຕີຣະຊາ 6 ປີ. ລາວປົກຄອງລວມທັງໝົດ 12 ປີ. 24 ລາວຊື້ພູຊາມາເຣຍຈາກເຊເມເປັນເງິນໜັກ 2 ຕະລັນ* ແລ້ວລາວກໍສ້າງເມືອງຢູ່ເທິງພູໜ່ວຍນັ້ນ. ລາວຕັ້ງຊື່ເມືອງນັ້ນວ່າຊາມາເຣຍ*+ຕາມຊື່ຂອງເຊເມທີ່ເປັນເຈົ້າຂອງພູ.
-