-
ເຢເຣມີຢາ 25:17ຄຳພີໄບເບິນສະບັບແປໂລກໃໝ່
-
-
17 ຂ້ອຍຈຶ່ງໄປຫາທຸກຊາດທີ່ພະເຢໂຫວາສົ່ງຂ້ອຍໄປ ແລ້ວເອົາຈອກນັ້ນຈາກມືຂອງພະເຢໂຫວາໃຫ້ເຂົາເຈົ້າກິນ.+
-
-
ເຢເຣມີຢາ 46:13ຄຳພີໄບເບິນສະບັບແປໂລກໃໝ່
-
-
13 ພະເຢໂຫວາໄດ້ເວົ້າກັບຜູ້ພະຍາກອນເຢເຣມີຢາກ່ຽວກັບເນບູກາດເນັດຊາກະສັດຂອງບາບີໂລນທີ່ຈະມາໂຈມຕີແຜ່ນດິນເອຢິບວ່າ:+
-
-
ເອເຊກຽນ 29:19ຄຳພີໄບເບິນສະບັບແປໂລກໃໝ່
-
-
19 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ເຮົາຈະເອົາແຜ່ນດິນເອຢິບໃຫ້ເນບູກາດເນັດຊາກະສັດຂອງບາບີໂລນ.+ ລາວຈະຂົນເອົາຊັບສົມບັດຂອງເອຢິບໄປ ແລະຈະຂົນເອົາເຄື່ອງຂອງທີ່ພວກເອຢິບປຸ້ນແລະຍຶດມາໄດ້ໄປບັກຫຼາຍໆ. ເຄື່ອງຂອງເຫຼົ່ານີ້ຈະເປັນຄ່າຈ້າງສຳລັບພວກທະຫານຂອງລາວ.’
-
-
ເອເຊກຽນ 30:4ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ຈະມີດາບມາຕໍ່ສູ້ເອຢິບ ແລະເມື່ອເຫັນຄົນຕາຍຫຼາຍຢູ່ເອຢິບ ເອທິໂອເປຍກໍຈະຢ້ານຫຼາຍ.
ຊັບສົມບັດຂອງເອຢິບຈະຖືກເອົາໄປ ແລະເອຢິບຈະຖືກທຳລາຍພ້ອມກັບຮາກຖານຂອງມັນ.+
-