6 ພະເຢໂຫວາເວົ້າວ່າ
‘ພວກທີ່ສະໜັບສະໜູນເອຢິບກໍຈະຖືກຂ້າຄືກັນ
ແລະອຳນາດຍິ່ງໃຫຍ່ທີ່ເອຢິບເຄີຍມີກໍຈະໝົດໄປ.’+
ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ພວກເອຢິບຈະຖືກຂ້າຢູ່ທົ່ວແຜ່ນດິນຂອງໂຕເອງຕັ້ງແຕ່ມິກໂດນ+ຈົນຮອດສີເອເນ.’+