ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 25:17
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ຂ້ອຍ​ຈຶ່ງ​ໄປ​ຫາ​ທຸກ​ຊາດ​ທີ່​ພະ​ເຢໂຫວາ​ສົ່ງ​ຂ້ອຍ​ໄປ ແລ້ວ​ເອົາ​ຈອກ​ນັ້ນ​ຈາກ​ມື​ຂອງ​ພະ​ເຢໂຫວາ​ໃຫ້​ເຂົາ​ເຈົ້າ​ກິນ.+

  • ເຢເຣມີຢາ 25:20
    ຄຳພີໄບເບິນສະບັບແປໂລກໃໝ່
    • 20 ຄົນ​ຕ່າງ​ຊາດ​ທັງໝົດ​ທີ່​ຢູ່​ໃນ​ເອຢິບ ກະສັດ​ທັງໝົດ​ຂອງ​ແຜ່ນດິນ​ອູເຊ ກະສັດ​ທັງໝົດ​ຂອງ​ແຜ່ນດິນ​ຟີລິດສະຕີນ+ ອາຊະກາໂລນ+ ຄາຊາ ເອັກໂຣນ ຄົນ​ອາຊະໂດດ​ທີ່​ຍັງ​ເຫຼືອ​ຢູ່

  • ເອເຊກຽນ 25:15, 16
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ພວກ​ຟີລິດສະຕີນ​ເຮັດ​ບໍ່​ດີ​ໃຫ້​ພວກ​ອິດສະຣາເອນ​ບໍ່ຢຸດ​ບໍ່ເຊົາ. ເຂົາເຈົ້າ​ຊອກຫາ​ວິທີ​ແກ້ແຄ້ນ​ແລະ​ທຳລາຍ​ພວກ​ອິດສະຣາເອນ.+ 16 ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ຈຶ່ງ​ເວົ້າ​ວ່າ “ເຮົາ​ຈະ​ລົງໂທດ​ພວກ​ຟີລິດສະຕີນ.+ ເຮົາ​ຈະ​ກຳຈັດ​ພວກ​ເກເຣັດ+​ແລະ​ຈະ​ທຳລາຍ​ພວກ​ທີ່​ເຫຼືອ​ຢູ່​ຕາມ​ແຄມ​ທະເລ.+

  • ອາໂມດ 1:6
    ຄຳພີໄບເບິນສະບັບແປໂລກໃໝ່
    •  6 ພະ​ເຢໂຫວາ​ເວົ້າ​ວ່າ

      ‘ເຮົາ​ຈະ​ເຮັດ​ຕາມ​ທີ່​ໄດ້​ຕັດສິນໃຈ​ໄວ້​ແລ້ວ ຍ້ອນ​ເມືອງ​ຄາຊາ​ກະບົດ​ເທື່ອ​ແລ້ວ​ເທື່ອ​ອີກ.+

      ເຂົາເຈົ້າ​ຈັບ​ທຸກ​ຄົນ​ໄປ​ເປັນ​ຊະເລີຍ+​ແລະ​ສົ່ງ​ຄົນ​ເຫຼົ່າ​ນັ້ນ​ໃຫ້​ພວກ​ເອໂດມ.

  • ເຊຟານີຢາ 2:4
    ຄຳພີໄບເບິນສະບັບແປໂລກໃໝ່
    •  4 ຄາຊາ​ຈະ​ເປັນ​ເມືອງ​ຮ້າງ

      ແລະ​ອາຊະກາໂລນ​ຈະ​ຖືກ​ປະຖິ້ມ​ໃຫ້​ຮ້າງ​ເປົ່າ.+

      ຄົນ​ອາຊະໂດດ​ຈະ​ຖືກ​ໄລ່​ໜີ​ໃນ​ຕອນ​ກາງເວັນ

      ແລະ​ເອັກໂຣນ​ຈະ​ຖືກ​ທຳລາຍ​ຈົນ​ບໍ່​ເຫຼືອ.+

  • ເຊຄາຣີຢາ 9:5, 6
    ຄຳພີໄບເບິນສະບັບແປໂລກໃໝ່
    •  5 ອາຊະກາໂລນ​ຈະ​ເຫັນ​ເຫດການ​ນີ້​ແລະ​ຈະ​ຢ້ານ​ຫຼາຍ.

      ຄາຊາ​ຈະ​ເຈັບ​ປວດ​ໃຈ​ຫຼາຍ.

      ເອັກໂຣນ​ກໍ​ຈະ​ເຈັບ​ປວດ​ໃຈ​ຫຼາຍ​ຄື​ກັນ ຍ້ອນ​ຜູ້​ທີ່​ລາວ​ໝາຍເພິ່ງ​ຖືກ​ເຮັດ​ໃຫ້​ອັບອາຍ​ຂາຍໜ້າ.

      ກະສັດ​ຂອງ​ຄາຊາ​ຈະ​ຕາຍ

      ແລະ​ຈະ​ບໍ່​ມີ​ໃຜ​ອາ​ໄສ​ຢູ່​ອາຊະກາໂລນ​ຈັກ​ຄົນ.+

       6 ຄົນ​ຕ່າງ​ຊາດ​ຈະ​ມາອາ​ໄສ​ຢູ່​ອາຊະໂດດ

      ແລະ​ເຮົາ​ຈະ​ກຳຈັດ​ຄວາມ​ຍິ່ງ​ຂອງ​ຟີລິດສະຕີນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌