ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 48:20
    ຄຳພີໄບເບິນສະບັບແປໂລກໃໝ່
    • 20 ໃຫ້​ອອກ​ຈາກ​ບາບີໂລນ!+

      ໃຫ້​ໜີ​ຈາກ​ພວກ​ການເດອາ!*

      ໃຫ້​ປະກາດ​ແລະ​ບອກ​ເລື່ອງ​ນີ້​ດ້ວຍ​ຄວາມ​ຍິນດີ​ໃຫ້​ທຸກ​ຄົນ​ໄດ້​ຮູ້+

      ແລະ​ບອກ​ເລື່ອງ​ນີ້​ໄປ​ຈົນ​ຮອດ​ສຸດ​ຂອບ​ໂລກ+​ວ່າ:

      “ພະ​ເຢໂຫວາ​ໄດ້​ໄຖ່​ຢາໂຄບ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ຄືນ​ມາ​ແລ້ວ.+

  • ເຢເຣມີຢາ 51:6
    ຄຳພີໄບເບິນສະບັບແປໂລກໃໝ່
    •  6 ໃຫ້​ໜີ​ອອກ​ມາ​ຈາກ​ບາບີໂລນ.

      ໃຫ້​ໜີ​ເອົາ​ຊີວິດ​ລອດ.+

      ຢ່າ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ເມືອງ​ນີ້

      ຍ້ອນ​ນີ້​ແມ່ນ​ເວລາ​ທີ່​ພະ​ເຢໂຫວາ​ກຳລັງ​ແກ້ແຄ້ນ.

      ເພິ່ນ​ກຳລັງ​ຕອບ​ແທນ​ເມືອງ​ນີ້​ຕາມ​ສິ່ງ​ທີ່​ເມືອງ​ນີ້​ໄດ້​ເຮັດ.+

  • ເຢເຣມີຢາ 51:45
    ຄຳພີໄບເບິນສະບັບແປໂລກໃໝ່
    • 45 ປະຊາຊົນ​ຂອງ​ເຮົາ​ເອີ້ຍ ໃຫ້​ໜີ​ອອກ​ມາ​ຈາກ​ເມືອງ​ນີ້​ສະ!+

      ໃຫ້​ໜີ​ເອົາ​ຊີວິດ​ລອດ+​ຈາກ​ຄວາມ​ໃຈ​ຮ້າຍ​ແຮງ​ຂອງ​ພະ​ເຢໂຫວາ!+

  • ເຊຄາຣີຢາ 2:7
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ຄົນ​ເມືອງ​ຊີໂອນ​ເອີ້ຍ ໃຫ້​ພວກເຈົ້າ​ໜີ​ອອກ​ມາ​ຈາກ​ບາບີໂລນ​ເດີ້.+

  • 2 ໂກຣິນໂທ 6:17
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 “ພະ​ເຢໂຫວາ*​ສັ່ງ​ວ່າ ‘ດັ່ງນັ້ນ ໃຫ້​ອອກ​ມາ​ຈາກ​ເຂົາເຈົ້າ​ແລະ​ແຍກ​ຢູ່​ຕ່າງ​ຫາກ. ເຊົາ​ຈັບ​ບາຍ​ສິ່ງ​ທີ່​ບໍ່​ສະອາດ’”+ “‘ແລະ​ເຮົາ​ຈະ​ຮັບ​ພວກ​ເຈົ້າ​ໄວ້.’”+

  • ພະນິມິດ 18:2
    ຄຳພີໄບເບິນສະບັບແປໂລກໃໝ່
    • 2 ເພິ່ນ​ປະກາດ​ສຽງ​ດັງ​ວ່າ: “ເມືອງ​ນີ້​ຫຼົ້ມຈົມ​ແລ້ວ! ບາບີໂລນ​ໃຫຍ່​ຫຼົ້ມຈົມ​ແລ້ວ!+ ເມືອງ​ນີ້​ກາຍ​ເປັນ​ບ່ອນ​ຢູ່​ຂອງ​ພວກ​ປີສາດ​ແລະ​ມີ​ອາກາດ*​ທີ່​ເປັນ​ພິດ​ທຸກ​ຢ່າງ. ເມືອງ​ນີ້​ເປັນ​ບ່ອນ​ຢູ່​ຂອງ​ນົກ​ທຸກ​ຊະນິດ​ທີ່​ຖື​ວ່າ​ບໍ່​ສະອາດ​ແລະ​ເປັນ​ຕາ​ຂີ້​ດຽດ.+

  • ພະນິມິດ 18:4
    ຄຳພີໄບເບິນສະບັບແປໂລກໃໝ່
    • 4 ແລ້ວ​ຂ້ອຍ​ກໍ​ໄດ້​ຍິນ​ສຽງ​ອີກ​ສຽງ​ໜຶ່ງ​ຈາກ​ສະຫວັນ​ເວົ້າ​ວ່າ: “ປະຊາຊົນ​ຂອງ​ເຮົາ ພວກ​ເຈົ້າ​ຕ້ອງ​ອອກ​ຈາກ​ເມືອງ​ນີ້+ ຖ້າ​ບໍ່​ຢາກ​ມີ​ສ່ວນ​ຮ່ວມ​ໃນ​ຄວາມ​ຜິດ​ຂອງ​ເມືອງ​ນີ້​ແລະ​ຮັບ​ໄພພິບັດ​ພ້ອມ​ກັບ​ເມືອງ​ນີ້.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌