-
ເພງສັນລະເສີນ 136:5ຄຳພີໄບເບິນສະບັບແປໂລກໃໝ່
-
-
5 ເພິ່ນສ້າງຟ້າສະຫວັນດ້ວຍຄວາມເຂົ້າໃຈ+
ຍ້ອນເພິ່ນມີຄວາມຮັກທີ່ໝັ້ນຄົງຕະຫຼອດໄປ.
-
-
ເອຊາຢາ 40:22ຄຳພີໄບເບິນສະບັບແປໂລກໃໝ່
-
-
ເພິ່ນພືທ້ອງຟ້າອອກຄືກັບພືຜ້າທີ່ບາງໆ
ແລະເພິ່ນກາງທ້ອງຟ້າອອກຄືກັບກາງເຕັ້ນເພື່ອໃຫ້ຄົນຢູ່.+
-
-
ເຢເຣມີຢາ 10:12-16ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ເພິ່ນເປັນຜູ້ສ້າງໂລກດ້ວຍລິດເດດຂອງເພິ່ນ
ເພິ່ນເປັນຜູ້ສ້າງແຜ່ນດິນທີ່ອຸດົມສົມບູນດ້ວຍສະຕິປັນຍາຂອງເພິ່ນ+
ແລະເພິ່ນເປັນຜູ້ພືທ້ອງຟ້າອອກດ້ວຍຄວາມເຂົ້າໃຈຂອງເພິ່ນ.+
13 ເມື່ອເພິ່ນເປັ່ງສຽງ
ນ້ຳທີ່ຢູ່ເທິງຟ້າກໍປັ່ນປ່ວນ.+
14 ມະນຸດທຸກຄົນເຮັດສິ່ງທີ່ບໍ່ມີເຫດຜົນແລະເຮັດແບບບໍ່ມີຄວາມຮູ້.
ຊ່າງເງິນຊ່າງຄຳຈະຕ້ອງອັບອາຍຂາຍໜ້າຍ້ອນຮູບແກະສະຫຼັກ+
ຍ້ອນຮູບບູຊາທີ່ເຂົາເຈົ້າຫຼໍ່ຂຶ້ນມາເປັນເລື່ອງຫຼອກລວງ
15 ພວກມັນບໍ່ມີປະໂຫຍດຫຍັງແລະເປັນຕາໜ້າເຍາະເຍີ້ຍ.+
ເມື່ອຮອດມື້ຕັດສິນ ພວກມັນກໍຈະຖືກທຳລາຍ.
16 ພະເຈົ້າ*ຂອງຢາໂຄບບໍ່ຄືກັບຮູບບູຊາເຫຼົ່ານັ້ນ
ຍ້ອນເພິ່ນເປັນຜູ້ສ້າງທຸກສິ່ງທຸກຢ່າງ
ແລະອິດສະຣາເອນເປັນໄມ້ຄ້ອນເທົ້າຂອງຊັບສົມບັດ*ຂອງເພິ່ນ.+
ຊື່ຂອງເພິ່ນແມ່ນພະເຢໂຫວາຜູ້ບັນຊາການກອງທັບ.+
-