-
2 ກະສັດ 25:18-21ຄຳພີໄບເບິນສະບັບແປໂລກໃໝ່
-
-
18 ຫົວໜ້າທະຫານປ້ອງກັນໂຕກະສັດໄດ້ຈັບເສຣາຢາ+ທີ່ເປັນປະໂລຫິດໃຫຍ່ ເຊຟານີຢາ+ທີ່ເປັນຜູ້ຊ່ວຍປະໂລຫິດໃຫຍ່ ແລະຄົນຍາມປະຕູ 3 ຄົນໄປນຳ.+ 19 ນອກຈາກນັ້ນ ລາວຍັງໄດ້ຈັບຂ້າລາຊະການຄົນໜຶ່ງທີ່ເປັນຜູ້ບັນຊາການທະຫານ ທີ່ປຶກສາ 5 ຄົນຂອງກະສັດທີ່ຍັງຢູ່ໃນເມືອງເຢຣູຊາເລັມ ເລຂາຂອງຫົວໜ້າກອງທັບທີ່ຮັບຜິດຊອບເກນຄົນເຂົ້າມາເປັນທະຫານ ແລະປະຊາຊົນ 60 ຄົນທີ່ຍັງຢູ່ໃນເມືອງ. 20 ເນບູຊາຣາດານ+ທີ່ເປັນຫົວໜ້າທະຫານປ້ອງກັນໂຕກະສັດຈັບຄົນເຫຼົ່ານີ້ໄປໃຫ້ກະສັດບາບີໂລນຢູ່ເມືອງຣິບລາ.+ 21 ກະສັດບາບີໂລນໄດ້ຂ້າເຂົາເຈົ້າຢູ່ເມືອງຣິບລາໃນເຂດຮາມັດ.+ ພວກຢູດາຈຶ່ງຖືກໄລ່ອອກຈາກແຜ່ນດິນຂອງໂຕເອງ ແລະຖືກຈັບໄປເປັນຊະເລີຍ.+
-