-
ຈົດເຊັນບັນຊີ 13:26, 27ຄຳພີໄບເບິນສະບັບແປໂລກໃໝ່
-
-
26 ເຂົາເຈົ້າກັບມາຫາໂມເຊແລະອາໂຣນກັບພວກອິດສະຣາເອນຢູ່ກາເດັດໃນບ່ອນກັນດານປາຣານ.+ ພວກຄົນສອດແນມໄດ້ບອກໃຫ້ທຸກຄົນຮູ້ວ່າແຜ່ນດິນນັ້ນເປັນແນວໃດ ແລະເອົາໝາກໄມ້ຈາກແຜ່ນດິນນັ້ນໃຫ້ເຂົາເຈົ້າເບິ່ງນຳ. 27 ພວກຄົນສອດແນມເລົ່າໃຫ້ໂມເຊຟັງວ່າ: “ພວກເຮົາເຂົ້າໄປໃນແຜ່ນດິນນັ້ນແລະກໍເຫັນວ່າແຜ່ນດິນນັ້ນມີນ້ຳນົມກັບນ້ຳເຜີ້ງຫຼາຍແທ້ໆ+ ແລະນີ້ແມ່ນໝາກໄມ້ທີ່ພວກເຮົາເອົາມາ.+
-
-
ພະບັນຍັດ 6:10, 11ຄຳພີໄບເບິນສະບັບແປໂລກໃໝ່
-
-
10 ເມື່ອພະເຢໂຫວາພະເຈົ້າຂອງເຈົ້າພາເຈົ້າເຂົ້າໄປໃນແຜ່ນດິນທີ່ເພິ່ນສັນຍາກັບອັບຣາຮາມ ອີຊາກ ແລະຢາໂຄບທີ່ເປັນປູ່ຍ່າຕານາຍຂອງເຈົ້າວ່າຈະເອົາໃຫ້ເຈົ້າ+ ເຊິ່ງເປັນແຜ່ນດິນທີ່ມີເມືອງໃຫຍ່ໆງາມໆທີ່ເຈົ້າບໍ່ໄດ້ສ້າງ+ 11 ມີເຮືອນທີ່ເຕັມແຕ່ສິ່ງດີໆທີ່ເຈົ້າບໍ່ໄດ້ອອກແຮງຫາມາ ມີນ້ຳສ້າງທີ່ເຈົ້າບໍ່ໄດ້ຂຸດ ມີສວນໝາກລະແຊັງແລະຕົ້ນໝາກກອກທີ່ເຈົ້າບໍ່ໄດ້ປູກ ຖ້າເຈົ້າໄດ້ກິນຈົນພໍໃຈແລ້ວ+
-
-
ພະບັນຍັດ 8:7-9ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ເພາະພະເຢໂຫວາພະເຈົ້າຂອງເຈົ້າຈະພາເຈົ້າເຂົ້າໄປໃນແຜ່ນດິນທີ່ດີຫຼາຍ+ ເຊິ່ງເປັນແຜ່ນດິນທີ່ມີນ້ຳຫ້ວຍ ນ້ຳອອກບໍ່ ແລະນ້ຳພຸ*ທີ່ໄຫຼຕາມທົ່ງພຽງກັບເຂດພູຕ່າງໆ 8 ເປັນແຜ່ນດິນທີ່ມີເຂົ້າວີດ* ເຂົ້າບາເລ ຕົ້ນໝາກລະແຊັງ ຕົ້ນໝາກເດື່ອ ແລະຕົ້ນໝາກພິລາ+ ເປັນແຜ່ນດິນທີ່ມີນ້ຳມັນໝາກກອກ ແລະນ້ຳເຜີ້ງ+ 9 ເປັນແຜ່ນດິນທີ່ມີອາຫານທີ່ອຸດົມສົມບູນ ແລະເຈົ້າຈະບໍ່ຂາດບໍ່ເຂີນຫຍັງ. ແຜ່ນດິນນັ້ນມີຫີນທີ່ເຕັມແຕ່ແຮ່ເຫຼັກ ແລະເຈົ້າຈະໄດ້ຂຸດແຮ່ທອງແດງຈາກພູຕ່າງໆ.
-