ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 5:12, 13
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 “ເຂົາ​ເຈົ້າ​ບໍ່​ຍອມຮັບ​ພະ​ເຢໂຫວາ​ແລະ​ເວົ້າ​ຕະຫຼອດ​ວ່າ

      ‘ເພິ່ນ​ຈະ​ບໍ່​ເຮັດ​ຫຍັງ​ດອກ.*+

      ພວກ​ເຮົາ​ຈະ​ບໍ່​ມີ​ທາງ​ຈິບຫາຍ

      ຈະ​ບໍ່​ເຈິ​ສົງຄາມ​ແລະ​ຄວາມ​ອຶດຢາກ​ດອກ.’+

      13 ພວກ​ຜູ້​ພະຍາກອນ​ເວົ້າ​ເລື່ອງ​ທີ່​ບໍ່​ເປັນ​ປະໂຫຍດ.

      ຄຳ​ເວົ້າ​ຂອງ​ພະເຈົ້າ​ບໍ່​ໄດ້​ຢູ່​ໃນ​ເຂົາ​ເຈົ້າ.

      ໃນ​ທີ່​ສຸດ ເຂົາ​ເຈົ້າ​ຈະ​ຫາຍ​ສາບ​ສູນ​ໄປ​ຄື​ກັບ​ຄຳ​ເວົ້າ​ຂອງ​ເຂົາ​ເຈົ້າ.”

  • ເຢເຣມີຢາ 23:15
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ຈຶ່ງ​ເວົ້າ​ເຖິງ​ພວກ​ຜູ້​ພະຍາກອນ​ວ່າ:

      “ເຮົາ​ຈະ​ໃຫ້​ເຂົາ​ເຈົ້າ​ກິນ​ຕົ້ນ​ໄມ້​ຂົມ

      ແລະ​ກິນ​ນ້ຳ​ທີ່​ມີ​ພິດ+

      ຍ້ອນ​ພວກ​ຜູ້​ພະຍາກອນ​ໃນ​ເມືອງ​ເຢຣູຊາເລັມ​ເຮັດ​ໃຫ້​ການ​ທໍລະຍົດ​ພະເຈົ້າ​ແພ່​ໄປ​ທົ່ວ​ແຜ່ນດິນ.”

  • ເອເຊກຽນ 12:24
    ຄຳພີໄບເບິນສະບັບແປໂລກໃໝ່
    • 24 ໃນ​ອິດສະຣາເອນ​ຈະ​ບໍ່​ມີ​ຜູ້​ພະຍາກອນ​ທີ່​ເວົ້າ​ຕົວະ​ຫຼື​ໝໍ​ມໍ​ທີ່​ເວົ້າ​ຫຼອກ​ລວງ*​ອີກ​ຕໍ່ໄປ.+

  • ເອເຊກຽນ 13:9
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ເຮົາ​ຈະ​ເດ່​ມື​ອອກ​ໄປ​ລົງໂທດ​ພວກ​ຜູ້ພະຍາກອນ​ທີ່​ເຫັນ​ນິມິດ​ແລະ​ເວົ້າ​ຄຳ​ພະຍາກອນ​ທີ່​ຂີ້​ຕົວະ.+ ເຂົາເຈົ້າ​ຈະ​ບໍ່​ໄດ້​ຢູ່​ໃນ​ກຸ່ມ​ຄົນ​ທີ່​ເຮົາ​ເຮັດ​ດີ​ນຳ. ຊື່​ຂອງ​ເຂົາເຈົ້າ​ຈະ​ບໍ່​ຖືກ​ຂຽນ​ໄວ້​ໃນ​ລາຍຊື່​ຄົນ​ອິດສະຣາເອນ ແລະ​ເຂົາເຈົ້າ​ຈະ​ບໍ່​ໄດ້​ກັບ​ຄືນ​ມາ​ແຜ່ນ​ດິນ​ອິດສະຣາເອນ ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ເຢໂຫວາ​ເປັນ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌