-
ເອັດຊະຣາ 9:7ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ພວກເຮົາເຮັດຜິດຫຼາຍຕັ້ງແຕ່ສະໄໝປູ່ຍ່າຕານາຍຂອງພວກເຮົາຈົນຮອດທຸກມື້ນີ້.+ ຍ້ອນແນວນີ້ ພະອົງຈຶ່ງໃຫ້ພວກເຮົາ ພວກກະສັດ ແລະພວກປະໂລຫິດຖືກມອບໄວ້ໃນມືຂອງພວກກະສັດຕ່າງຊາດ ຖືກຂ້າດ້ວຍດາບ+ ຖືກຈັບໄປເປັນຊະເລີຍ+ ຖືກປຸ້ນ+ ແລະຖືກເຮັດໃຫ້ອັບອາຍຄືກັບທີ່ເປັນຢູ່ໃນທຸກມື້ນີ້.+
-
-
ດານີເອນ 9:5ຄຳພີໄບເບິນສະບັບແປໂລກໃໝ່
-
-
5 ພວກເຮົາໄດ້ເຮັດບາບ ເຮັດຜິດ ເຮັດຊົ່ວ ແລະກະບົດ.+ ພວກເຮົາບໍ່ໄດ້ເຮັດຕາມຄຳສັ່ງແລະກົດໝາຍຂອງພະອົງ.
-
-
ດານີເອນ 9:8ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ພະເຢໂຫວາເອີ້ຍ ພວກເຮົາກັບພວກກະສັດ ພວກເຈົ້ານາຍ ແລະປູ່ຍ່າຕານາຍຂອງພວກເຮົາຕ້ອງອັບອາຍຂາຍໜ້າ ຍ້ອນພວກເຮົາໄດ້ເຮັດຜິດຕໍ່ພະອົງ.
-