30 ພະເຢໂຫວາບອກວ່າ: “ຄວາມຈິບຫາຍຈະເກີດກັບພວກລູກທີ່ດື້ດ້ານຂອງເຮົາ.+
ເຂົາເຈົ້າເຮັດຕາມແຜນການຂອງໂຕເອງ ບໍ່ແມ່ນຂອງເຮົາ.+
ເຂົາເຈົ້າເຮັດຂັດກັບຄວາມຕ້ອງການຂອງເຮົາໂດຍໄປເປັນມິດກັບຊາດອື່ນ.
ຍ້ອນແນວນີ້ ເຂົາເຈົ້າຈຶ່ງເຮັດຜິດຫຼາຍຂຶ້ນອີກ.
2 ເຂົາເຈົ້າໄປເອຢິບ+ໂດຍບໍ່ປຶກສາເຮົາ.+
ເຂົາເຈົ້າໄປຂໍໃຫ້ກະສັດເອຢິບຊ່ວຍປົກປ້ອງເຂົາເຈົ້າ
ແລະເຂົາເຈົ້າໄປລີ້ຢູ່ກ້ອງຮົ່ມຂອງເອຢິບ.