-
ເຢເຣມີຢາ 1:10ຄຳພີໄບເບິນສະບັບແປໂລກໃໝ່
-
-
10 ມື້ນີ້ເຮົາໄດ້ໃຫ້ເຈົ້າມີອຳນາດເໜືອຊາດຕ່າງໆແລະປະເທດຕ່າງໆ ເພື່ອຈະຖອນແລະຫຼົກອອກ ເພື່ອຈະຮື້ແລະທຳລາຍຖິ້ມ ເພື່ອຈະສ້າງແລະປູກໃໝ່.”+
-
-
ເຢເຣມີຢາ 25:9ຄຳພີໄບເບິນສະບັບແປໂລກໃໝ່
-
-
9 ພະເຢໂຫວາບອກວ່າ “ເຮົາຈະເອີ້ນທຸກຄອບຄົວຂອງປະເທດຕ່າງໆທີ່ຢູ່ທາງເໜືອ+ແລະເອີ້ນເນບູກາດເນັດຊາກະສັດຂອງບາບີໂລນທີ່ເປັນຜູ້ຮັບໃຊ້ຂອງເຮົາມາ.+ ເຮົາຈະໃຫ້ເຂົາເຈົ້າມາຕໍ່ສູ້ແຜ່ນດິນນີ້+ ຄົນທີ່ຢູ່ແຜ່ນດິນນີ້ ແລະຊາດຕ່າງໆທີ່ຢູ່ອ້ອມຂ້າງແຜ່ນດິນນີ້.+ ເຮົາຈະທຳລາຍພວກເຈົ້າແລະຊາດເຫຼົ່ານີ້. ຜູ້ຄົນຈະຕົກໃຈແລະເຍາະເຍີ້ຍ*ເມື່ອເຫັນພວກເຈົ້າ ແລະແຜ່ນດິນນີ້ຈະກາຍເປັນຊາກຫັກພັງຕະຫຼອດໄປ.
-
-
ເຢເຣມີຢາ 45:4ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ເຈົ້າຕ້ອງເວົ້າກັບລາວວ່າ ‘ພະເຢໂຫວາເວົ້າວ່າ “ເບິ່ງແມ້! ທົ່ວແຜ່ນດິນນີ້ທຸກສິ່ງທີ່ເຮົາໄດ້ສ້າງ ເຮົາຈະມ້າງຖິ້ມ ແລະທຸກຢ່າງທີ່ເຮົາໄດ້ປູກ ເຮົາຈະຫຼົກຖິ້ມ.+
-