ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໂຢຊວຍ 15:8
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 ຈາກ​ນັ້ນ ເຂດ​ແດນ​ກໍ​ຂຶ້ນ​ໄປ​ຮອດ​ຮ່ອມພູ​ຮິນໂນມ*+ ແລະ​ໄປ​ທາງ​ເນີນ​ພູ​ທີ່​ມີ​ເມືອງ​ເຢຣູຊາເລັມ+​ເຊິ່ງ​ເປັນ​ເມືອງ​ຂອງ​ພວກ​ເຢບຸດ.+ ຈາກ​ນັ້ນ ເຂດ​ແດນ​ກໍ​ໄປ​ຮອດ​ຈອມ​ພູ​ໜຶ່ງ​ທີ່​ຢູ່​ຟາກທິດ​ຕາເວັນ​ຕົກຂອງ​ຮ່ອມພູ​ຮິນໂນມ. ພູ​ນັ້ນ​ຢູ່​ທາງ​ທິດເໜືອ​ສຸດ​ຂອງ​ຮ່ອມພູ​ເຣຟາຢິມ.

  • ໂຢຊວຍ 15:12
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ເຂດ​ແດນ​ທາງ​ທິດ​ຕາເວັນ​ຕົກ​ຂອງ​ດິນ​ມູນ​ຂອງ​ເຂົາ​ເຈົ້າ​ແມ່ນ​ແຄມ​ທະເລ​ໃຫຍ່.*+ ທັງ​ໝົດ​ນີ້​ແມ່ນ​ເຂດ​ແດນ​ຂອງ​ດິນ​ມູນ​ທີ່​ລູກ​ຫຼານ​ຂອງ​ຢູດາ​ໄດ້​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ.

  • 2 ຂ່າວຄາວ 28:1
    ຄຳພີໄບເບິນສະບັບແປໂລກໃໝ່
    • 28 ອາຮາດ+​ເປັນ​ກະສັດ​ຕອນ​ອາຍຸ 20 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 16 ປີ. ລາວ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ. ລາວ​ບໍ່​ໄດ້​ເຮັດ​ຄື​ກັບ​ດາວິດ​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ລາວ.+

  • 2 ຂ່າວຄາວ 28:3
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ນອກ​ຈາກ​ນັ້ນ ອາຮາດ​ຍັງ​ເຜົາ​ເຄື່ອງ​ບູຊາ​ຢູ່​ຮ່ອມພູ​ຮິນໂນມ*​ແລະ​ເອົາ​ພວກ​ລູກ​ຂອງ​ໂຕເອງ​ໄປ​ເຜົາ​ເປັນ​ເຄື່ອງບູຊາ.+ ລາວ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຄື​ກັບ​ຊາດ​ຕ່າງ​ໆ​+​ທີ່​ພະ​ເຢໂຫວາ​ໄດ້​ໄລ່​ໜີ​ໄປ​ຈາກ​ພວກ​ອິດສະຣາເອນ.

  • ເຢເຣມີຢາ 7:31
    ຄຳພີໄບເບິນສະບັບແປໂລກໃໝ່
    • 31 ເຂົາ​ເຈົ້າ​ສ້າງ​ບ່ອນ​ນະມັດສະການ​ຢູ່​ໂຕເຟັດ*​ທີ່​ຢູ່​ຮ່ອມ​ພູ​ຮິນໂນມ*+​ເພື່ອ​ເອົາ​ລູກ​ຊາຍ​ແລະ​ລູກ​ສາວ​ໄປ​ເຜົາ​ບູຊາ+ ເຊິ່ງ​ເປັນ​ສິ່ງ​ທີ່​ເຮົາ​ບໍ່​ໄດ້​ສັ່ງ​ໃຫ້​ເຂົາ​ເຈົ້າ​ເຮັດ​ແລະ​ບໍ່​ເຄີຍ​ຢູ່​ໃນ​ຄວາມ​ຄິດ​ຂອງ​ເຮົາ​ເລີຍ.’+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌