ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 21:16
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ນອກ​ຈາກ​ມານາເຊ​ຈະ​ເຮັດ​ຜິດ​ໂດຍ​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ຢູດາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ ລາວ​ຍັງ​ຂ້າ​ຫຼາຍ​ຄົນທີ່​ບໍ່​ມີ​ຄວາມ​ຜິດ​ຈົນ​ເລືອດ​ຂອງ​ເຂົາ​ເຈົ້າ​ເຕັມ​ເມືອງ​ເຢຣູຊາເລັມ.+

  • ເອຊາຢາ 59:7
    ຄຳພີໄບເບິນສະບັບແປໂລກໃໝ່
    •  7 ຕີນ​ຂອງ​ເຂົາເຈົ້າ​ແລ່ນ​ໄປ​ເຮັດ​ຊົ່ວ

      ແລະ​ຟ້າວ​ໄປ​ຂ້າ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ.+

      ເຂົາເຈົ້າ​ຄິດ​ຈະ​ເຮັດ​ແຕ່​ແນວ​ບໍ່​ດີ​ໃຫ້​ຄົນອື່ນ

      ແລະ​ເຮັດ​ໃຫ້​ເກີດ​ຄວາມ​ຈິບຫາຍ​ແລະ​ຄວາມທຸກ​ຕາມ​ທາງ​ທີ່​ເຂົາເຈົ້າ​ໄປ.+

  • ເຢເຣມີຢາ 2:34
    ຄຳພີໄບເບິນສະບັບແປໂລກໃໝ່
    • 34 ແມ່ນ​ແຕ່​ເຄື່ອງນຸ່ງ​ຂອງ​ເຈົ້າ​ກໍ​ຍັງ​ເປື້ອນ​ເລືອດ​ຂອງ​ຄົນ​ທຸກ​ທີ່​ບໍ່​ມີ​ຄວາມ​ຜິດ.+

      ເຖິງ​ວ່າ​ເຮົາ​ບໍ່​ໄດ້​ເຫັນ​ເຂົາ​ເຈົ້າ​ບຸກ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເຈົ້າ

      ແຕ່​ເຮົາ​ກໍ​ຍັງ​ເຫັນ​ເລືອດ​ຂອງ​ເຂົາ​ເຈົ້າ​ຕິດ​ຢູ່​ເຄື່ອງ​ນຸ່ງ​ຂອງ​ເຈົ້າ.+

  • ເພງໂສກເສົ້າ 4:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ມັນ​ເປັນ​ຍ້ອນ​ພວກ​ປະໂລຫິດ​ໄດ້​ເຮັດ​ຜິດ​ແລະ​ພວກ​ຜູ້ພະຍາກອນ​ໄດ້​ເຮັດ​ບາບ.+

      ເຂົາເຈົ້າ​ໄດ້​ເທ​ເລືອດ​ຂອງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຢູ່​ກາງ​ເມືອງ.+

  • ມັດທາຍ 23:34, 35
    ຄຳພີໄບເບິນສະບັບແປໂລກໃໝ່
    • 34 ຂ້ອຍ​ຈະ​ສົ່ງ​ຜູ້​ພະຍາກອນ+ ຄົນ​ສະຫຼາດ ແລະ​ຄູ​ສອນ​ມາ​ຫາ​ພວກ​ເຈົ້າ​ອີກ.+ ແຕ່​ພວກ​ເຈົ້າ​ຈະ​ຈັບ​ບາງ​ຄົນ​ໄປ​ຂ້າ+ ຈະ​ປະຫານ​ບາງ​ຄົນ​ເທິງ​ເສົາ ຈະ​ເອົາ​ແສ້​ທີ່​ມີ​ແນວ​ແຫຼມ​ໆ​ຕິດ​ຢູ່​ຟາດ​ບາງ​ຄົນ+​ໃນ​ບ່ອນ​ປະຊຸມ ແລະ​ຈະ​ໄລ່ລ່າ​ບາງ​ຄົນ+​ຕາມ​ເມືອງ​ຕ່າງ​ໆ​. 35 ດັ່ງນັ້ນ ພວກ​ເຈົ້າ​ຈະ​ຕ້ອງ​ຮັບຜິດຊອບ​ການ​ຕາຍ​ຂອງ​ຄົນ​ຂອງ​ພະເຈົ້າ​ທຸກ​ຄົນ​ທີ່​ຖືກ​ຂ້າ​ໃນ​ໂລກ ນັບ​ຕັ້ງແຕ່​ອາເບັນ+​ຈົນ​ຮອດ​ເຊຄາຣີຢາ​ລູກ​ຊາຍ​ຂອງ​ບາຣາຂີຢາ​ທີ່​ພວກ​ເຈົ້າ​ຂ້າ​ຕາຍ​ຢູ່​ລະຫວ່າງ​ວິຫານ​ກັບ​ແທ່ນ​ບູຊາ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌