-
ເຢເຣມີຢາ 8:1, 2ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ພະເຢໂຫວາບອກວ່າ: “ໃນຕອນນັ້ນ ກະດູກຂອງພວກກະສັດຢູດາ ກະດູກຂອງພວກເຈົ້ານາຍ ກະດູກຂອງພວກປະໂລຫິດ ກະດູກຂອງພວກຜູ້ພະຍາກອນ ແລະກະດູກຂອງຄົນທີ່ຢູ່ໃນເມືອງເຢຣູຊາເລັມຈະຖືກເອົາອອກມາຈາກບ່ອນຝັງສົບ. 2 ກະດູກເຫຼົ່ານີ້ຈະຖືກເອົາມາຢາຍໄວ້ຢູ່ໃຕ້ດວງຕາເວັນ ດວງເດືອນ ແລະດວງດາວທີ່ເຂົາເຈົ້າຮັກ ຮັບໃຊ້ ຕິດຕາມ ຊອກຫາ ແລະຂາບໄຫວ້.+ ຈະບໍ່ມີໃຜເອົາກະດູກເຫຼົ່ານີ້ມາລວມກັນຫຼືເອົາໄປຝັງ. ພວກມັນຈະກາຍເປັນຄືກັບຂີ້ສັດຢູ່ດິນ.”+
-
-
ເຊຟານີຢາ 1:4, 5ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ເຮົາຈະລົງໂທດຢູດາ
ແລະທຸກຄົນໃນເຢຣູຊາເລັມ.
ເຮົາຈະທຳລາຍທຸກສິ່ງທີ່ເຫຼືອຢູ່*ຂອງພະບາອານໃຫ້ໝົດໄປຈາກບ່ອນນີ້.+
ເຮົາຈະເຮັດໃຫ້ທຸກຄົນບໍ່ຈື່ຊື່ພວກປະໂລຫິດຂອງພະເຈົ້າປອມກັບພວກປະໂລຫິດທີ່ນະມັດສະການຮູບບູຊາ.+
5 ເຮົາຈະທຳລາຍຄົນທີ່ຂາບໄຫວ້ດາວຕ່າງໆທີ່ຢູ່ໃນທ້ອງຟ້າ.*+
ເຮົາຈະທຳລາຍຄົນທີ່ນະມັດສະການພະເຢໂຫວາແລະສາບານວ່າຈະພັກດີຕໍ່ເຮົາ+
ແຕ່ກໍໄປສາບານວ່າຈະພັກດີຕໍ່ພະມັນກາມນຳ.+
-