-
ເນເຮມີຢາ 9:17ຄຳພີໄບເບິນສະບັບແປໂລກໃໝ່
-
-
17 ເຂົາເຈົ້າບໍ່ເຊື່ອຟັງ+ພະອົງແລະລືມການອັດສະຈັນຕ່າງໆທີ່ພະອົງໄດ້ເຮັດເພື່ອເຂົາເຈົ້າ. ເຂົາເຈົ້າເປັນຄົນຫົວແຂງແລະແຕ່ງຕັ້ງຫົວໜ້າຜູ້ໜຶ່ງໃຫ້ພາເຂົາເຈົ້າກັບໄປເປັນທາດຢູ່ເອຢິບ.+ ແຕ່ພະອົງເປັນພະເຈົ້າທີ່ພ້ອມຈະໃຫ້ອະໄພ ໃຈດີ ມີຄວາມເມດຕາ ບໍ່ໃຈຮ້າຍງ່າຍ ມີຄວາມຮັກທີ່ໝັ້ນຄົງຫຼາຍທີ່ສຸດ+ ແລະພະອົງບໍ່ປະຖິ້ມເຂົາເຈົ້າ.+
-
-
ເນເຮມີຢາ 9:29ຄຳພີໄບເບິນສະບັບແປໂລກໃໝ່
-
-
29 ເຖິງວ່າພະອົງເຕືອນເຂົາເຈົ້າເພື່ອໃຫ້ກັບມາເຊື່ອຟັງກົດໝາຍຂອງພະອົງ ແຕ່ເຂົາເຈົ້າກໍຍິ່ງຈອງຫອງແລະບໍ່ເຊື່ອຟັງກົດໝາຍນັ້ນ.+ ພະອົງບອກວ່າຄົນທີ່ເຮັດຕາມຂໍ້ກຳນົດຂອງພະອົງຈະມີຊີວິດຕໍ່ໄປ+ ແຕ່ເຂົາເຈົ້າກໍບໍ່ເຮັດຕາມ. ເຂົາເຈົ້າເປັນຄົນຫົວແຂງ ດື້ດ້ານ ແລະບໍ່ເຊື່ອຟັງ.
-