ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 29:24-26
    ຄຳພີໄບເບິນສະບັບແປໂລກໃໝ່
    • 24 ລູກ​ຫຼານ​ຂອງ​ພວກ​ເຈົ້າ​ແລະ​ຄົນ​ຕ່າງ​ຊາດ​ກໍ​ຈະ​ເວົ້າ​ວ່າ ‘ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ກັບ​ແຜ່ນດິນ​ນີ້​ແນວ​ນີ້?+ ເປັນ​ຫຍັງ​ເພິ່ນ​ຄື​ໃຈ​ຮ້າຍ​ແນວ​ນີ້?’ 25 ແລ້ວ​ພວກ​ເຂົາ​ກໍ​ຈະ​ເວົ້າ​ວ່າ ‘ຍ້ອນ​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ພະ​ເຢໂຫວາ+ໄດ້​ເຮັດ​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ ຕອນ​ທີ່​ພາ​ເຂົາ​ເຈົ້າ​ອອກ​ມາ​ຈາກ​ເອຢິບ.+ 26 ແຕ່​ເຂົາ​ເຈົ້າ​ໄດ້​ໄປ​ນະມັດສະການ​ພະເຈົ້າ​ອື່ນ ແລະ​ໄດ້​ຂາບ​ໄຫວ້​ພະເຈົ້າ​ທີ່​ເຂົາ​ເຈົ້າ​ບໍ່​ເຄີຍ​ຮູ້ຈັກ ເຊິ່ງ​ເພິ່ນ​ຫ້າມ​ບໍ່​ໃຫ້​ເຂົາ​ເຈົ້າ​ນະມັດສະການ.+

  • 1 ກະສັດ 9:8, 9
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 ວິຫານ​ຫຼັງ​ນີ້​ຈະເຫຼືອ​ແຕ່ຊາກ​ຫັກ​ພັງ.+ ທຸກ​ຄົນ​ທີ່​ຍ່າງ​ກາຍ​ໄປ​ກາຍ​ມາ​ຈະ​ຕົກ​ໃຈ​ແລະ​ເວົ້າເຍາະເຍີ້ຍ*ວ່າ ‘ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ຈັ່ງ​ຊີ້​ກັບ​ແຜ່ນດິນ​ນີ້​ແລະ​ວິຫານ​ຫຼັງ​ນີ້?’+ 9 ແລ້ວ​ຄົນ​ເຫຼົ່ານີ້​ຈະ​ເວົ້າ​ວ່າ ‘ກະ​ຍ້ອນ​ເຂົາ​ເຈົ້າ​ປະຖິ້ມ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ຜູ້​ທີ່​ພາ​ປູ່​ຍ່າ​ຕາ​ນາຍ​ຂອງ​ເຂົາ​ເຈົ້າ​ອອກ​ຈາກ​ເອຢິບ ແລ້ວ​ໄປ​ຂາບ​ໄຫວ້​ແລະ​ຮັບ​ໃຊ້​ພະເຈົ້າ​ອື່ນ. ຍ້ອນ​ແນວ​ນີ້​ແຫຼະ ພະ​ເຢໂຫວາ​ຈຶ່ງ​ໃຫ້​ເຂົາ​ເຈົ້າ​ເຈິ​ເລື່ອງ​ທີ່​ໂຫດ​ຮ້າຍ​ແບບ​ນີ້.’”+

  • ເພງໂສກເສົ້າ 2:15
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ທຸກ​ຄົນ​ທີ່​ຍ່າງ​ຜ່ານ​ຫົນ​ທາງ​ກໍ​ຕົບ​ມື​ແລະ​ເຍາະເຍີ້ຍ.+

      ເຂົາເຈົ້າ​ຜິວ​ປາກ​ດ້ວຍ​ຄວາມ​ງຶດ+​ແລະ​ແກວ່ງ​ຫົວ​ໃສ່​ເມືອງ​ເຢຣູຊາເລັມ ແລ້ວ​ເວົ້າ​ວ່າ:

      “ນີ້​ບໍ​ເມືອງ​ທີ່​ເຂົາເຈົ້າ​ເວົ້າ​ວ່າ ‘ງາມແທ້​ງາມວ່າ​ແລະ​ເຮັດ​ໃຫ້​ຄົນ​ທົ່ວ​ໂລກ​ມີ​ຄວາມສຸກ’?”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌