-
2 ຂ່າວຄາວ 36:9, 10ຄຳພີໄບເບິນສະບັບແປໂລກໃໝ່
-
-
9 ເຢໂຮຢາກິນ+ເປັນກະສັດຕອນອາຍຸ 18 ປີ ແລະລາວປົກຄອງຢູ່ເມືອງເຢຣູຊາເລັມ 3 ເດືອນກັບ 10 ມື້. ລາວເຮັດສິ່ງທີ່ພະເຢໂຫວາເບິ່ງວ່າຊົ່ວ.+ 10 ໃນຕອນຕົ້ນປີ* ກະສັດເນບູກາດເນັດຊາໄດ້ໃຫ້ຄົນມາຈັບເຢໂຮຢາກິນໄປບາບີໂລນ+ແລະເອົາເຄື່ອງທີ່ມີຄ່າຕ່າງໆທີ່ຢູ່ໃນວິຫານຂອງພະເຢໂຫວາໄປນຳ.+ ເນບູກາດເນັດຊາໄດ້ແຕ່ງຕັ້ງເຊເດກີຢາອາວຂອງເຢໂຮຢາກິນໃຫ້ເປັນກະສັດປົກຄອງຢູດາແລະເຢຣູຊາເລັມ.+
-
-
ເຢເຣມີຢາ 24:1ຄຳພີໄບເບິນສະບັບແປໂລກໃໝ່
-
-
24 ຫຼັງຈາກເນບູກາດເນັດຊາ*ກະສັດຂອງບາບີໂລນຈັບເຢໂກນີຢາ*+ລູກຊາຍຂອງເຢໂຮຢາກີມ+ກະສັດຂອງຢູດາ ລວມທັງພວກເຈົ້ານາຍຂອງຢູດາ ພວກທີ່ເຮັດວຽກດ້ານສີໄມ້ລາຍມື ແລະພວກຊ່າງເຫຼັກ*ໄປເປັນຊະເລີຍ ລາວພາເຂົາເຈົ້າທັງໝົດອອກຈາກເຢຣູຊາເລັມໄປບາບີໂລນ.+ ແລ້ວພະເຢໂຫວາກໍໃຫ້ຂ້ອຍເຫັນກະຕ່າໃສ່ໝາກເດື່ອ 2 ກະຕ່າທີ່ຕັ້ງຢູ່ໜ້າວິຫານຂອງພະເຢໂຫວາ.
-
-
ເຢເຣມີຢາ 29:1, 2ຄຳພີໄບເບິນສະບັບແປໂລກໃໝ່
-
-
29 ນີ້ແມ່ນຈົດໝາຍທີ່ຜູ້ພະຍາກອນເຢເຣມີຢາສົ່ງຈາກເຢຣູຊາເລັມໄປຫາພວກຜູ້ນຳຂອງປະຊາຊົນ ພວກປະໂລຫິດ ພວກຜູ້ພະຍາກອນ ແລະປະຊາຊົນທັງໝົດທີ່ຖືກກະສັດເນບູກາດເນັດຊາຈັບຈາກເຢຣູຊາເລັມໄປເປັນຊະເລີຍຢູ່ບາບີໂລນ 2 ຫຼັງຈາກທີ່ກະສັດເຢໂກນີຢາ+ ແມ່ຂອງກະສັດ+ ພວກຂ້າລາຊະການ ພວກເຈົ້ານາຍຂອງຢູດາແລະເຢຣູຊາເລັມ ພວກຊ່າງທີ່ມີສີໄມ້ລາຍມື ແລະພວກຊ່າງເຫຼັກ*ໄດ້ອອກຈາກເຢຣູຊາເລັມໄປແລ້ວ.+
-