-
ເຢເຣມີຢາ 5:1ຄຳພີໄບເບິນສະບັບແປໂລກໃໝ່
-
-
5 ໃຫ້ເຈົ້າຍ່າງເລາະໄປຕາມຫົນທາງໃນເມືອງເຢຣູຊາເລັມ
ແລະໃຫ້ເບິ່ງຄັກໆ.
ໃຫ້ເຈົ້າຊອກເບິ່ງຕາມເດີ່ນຕ່າງໆຂອງເມືອງ
ວ່າຈະມີຄົນທີ່ຍຸຕິທຳຢູ່ຫຼືບໍ່+
ເຊິ່ງກໍຄືຄົນທີ່ສັດຊື່ຕໍ່ພະເຈົ້າ.
ຖ້າມີຄົນແບບນັ້ນ ເຮົາກໍຈະຍົກໂທດໃຫ້ເມືອງນີ້.
-
-
ເຢເຣມີຢາ 9:2ຄຳພີໄບເບິນສະບັບແປໂລກໃໝ່
-
-
2 ຂ້ອຍຢາກຮູ້ວ່າຈະຊອກຫາບ່ອນພັກໄດ້ຢູ່ໃສໃນບ່ອນກັນດານ
ເພື່ອຂ້ອຍຈະຖິ້ມຄົນຊາດດຽວກັນກັບຂ້ອຍແລະໜີໄປຢູ່ຫັ້ນ
ຍ້ອນເຂົາເຈົ້າທຸກຄົນເປັນຄົນຫຼິ້ນຊູ້+
ແລະເປັນຄົນທໍລະຍົດ.
-
-
ດານີເອນ 9:11ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ພວກອິດສະຣາເອນທຸກຄົນຝ່າຝືນກົດໝາຍຂອງພະອົງແລະບໍ່ສົນໃຈຟັງສິ່ງທີ່ພະອົງບອກ. ພວກເຮົາຖືກພະອົງສາບແຊ່ງ ຍ້ອນບໍ່ໄດ້ເຮັດຕາມຄຳສາບານທີ່ຂຽນໄວ້ໃນກົດໝາຍຂອງໂມເຊຜູ້ຮັບໃຊ້ຂອງພະເຈົ້າທ່ຽງແທ້.+ ມັນເປັນແບບນີ້ກໍຍ້ອນພວກເຮົາໄດ້ເຮັດຜິດຕໍ່ພະອົງ.
-