ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 24:11
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ມາ​ຮອດ​ເມືອງ​ເຢຣູຊາເລັມ​ຕອນ​ທີ່​ພວກ​ທະຫານ​ຂອງ​ລາວ​ກຳລັງ​ລ້ອມ​ເມືອງ​ນັ້ນ​ຢູ່.

  • 2 ກະສັດ 24:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ກະສັດ​ບາບີໂລນ​ໄດ້​ເອົາ​ສິ່ງ​ມີ​ຄ່າ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ໃນ​ຄັງຊັບສິນ​ທີ່​ຢູ່​ໃນ​ວັງ​ຂອງ​ກະສັດ​ໄປ.+ ເຄື່ອງ​ໃຊ້​ທັງໝົດ​ທີ່​ເປັນ​ຄຳ​ທີ່​ໂຊໂລໂມນ​ກະສັດ​ອິດສະຣາເອນ​ເຮັດ​ໄວ້​ໃນ​ວິຫານ​ຂອງ​ພະ​ເຢໂຫວາ+ ລາວ​ກໍ​ເອົາ​ມາ​ຕັດ​ເປັນ​ປ່ຽງ​ໆ​. ເລື່ອງ​ນີ້​ເກີດຂຶ້ນ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ໄວ້.

  • 2 ຂ່າວຄາວ 36:7
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ເນບູກາດເນັດຊາ​ເອົາ​ເຄື່ອງໃຊ້​ບາງ​ສ່ວນ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ໄປ​ບາບີໂລນ ແລະ​ເອົາ​ໄປ​ໄວ້​ໃນ​ວັງ​ຂອງ​ລາວ​ຢູ່​ບາບີໂລນ.+

  • ເຢເຣມີຢາ 28:1-3
    ຄຳພີໄບເບິນສະບັບແປໂລກໃໝ່
    • 28 ໃນ​ປີ​ດຽວ​ກັນ​ນັ້ນ​ເຊິ່ງ​ເປັນ​ຊ່ວງ​ທຳອິດ​ທີ່​ເຊເດກີຢາ+​ເປັນ​ກະສັດ​ປົກຄອງ​ຢູດາ​ໃນ​ເດືອນ​ທີ 5 ຂອງ​ປີ​ທີ 4 ຜູ້​ພະຍາກອນ​ຮານານີຢາ​ລູກ​ຊາຍ​ຂອງ​ອັດຊູເຣ​ຈາກ​ເມືອງ​ກິເບໂອນ+​ໄດ້​ເວົ້າ​ກັບ​ເຢເຣມີຢາ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ຕໍ່​ໜ້າ​ພວກ​ປະໂລຫິດ​ແລະ​ປະຊາຊົນ​ວ່າ: 2 “ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ເຮົາ​ຈະ​ຫັກ​ແອກ​ຂອງ​ກະສັດ​ບາບີໂລນ.+ 3 ພາຍ​ໃນ 2 ປີ ເຮົາ​ຈະ​ເອົາ​ເຄື່ອງໃຊ້​ທັງໝົດ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ທີ່​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ໄດ້​ເອົາ​ໄປ​ບາບີໂລນ​ກັບ​ມາ​ບ່ອນ​ນີ້.’+

  • ດານີເອນ 1:1, 2
    ຄຳພີໄບເບິນສະບັບແປໂລກໃໝ່
    • 1 ໃນ​ປີ​ທີ 3 ທີ່​ເຢໂຮຢາກີມ+​ເປັນ​ກະສັດ​ປົກຄອງ​ຢູດາ ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ໄດ້​ມາ​ລ້ອມ​ເມືອງ​ເຢຣູຊາເລັມ.+ 2 ພະ​ເຢໂຫວາ​ໄດ້​ໃຫ້​ເນບູກາດເນັດຊາ​ຕໍ່ສູ້​ຊະນະ​ເຢໂຮຢາກີມ​ກະສັດ​ຂອງ​ຢູດາ.+ ເນບູກາດເນັດຊາ​ໄດ້​ເອົາ​ເຄື່ອງໃຊ້​ບາງ​ຢ່າງ​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ໄປ​ບາບີໂລນ*+ ແລະ​ເອົາ​ໄປ​ໄວ້​ໃນ​ຄັງ​ຊັບສິນ​ຢູ່​ວິຫານ​ຂອງ​ພະເຈົ້າ​ຂອງ​ລາວ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌