-
2 ກະສັດ 24:14, 15ຄຳພີໄບເບິນສະບັບແປໂລກໃໝ່
-
-
14 ລາວຈັບຄົນທີ່ຢູ່ໃນເມືອງເຢຣູຊາເລັມທັງໝົດໄປເປັນຊະເລີຍ ເຊິ່ງມີພວກເຈົ້ານາຍ+ ພວກທະຫານທີ່ເກັ່ງໆ ແລະທຸກຄົນທີ່ເຮັດວຽກດ້ານສີໄມ້ລາຍມືກັບຊ່າງເຫຼັກ*+ ລວມທັງໝົດ 10.000 ຄົນ. ຄົນທີ່ຍັງເຫຼືອຢູ່ມີແຕ່ໜ້ອຍດຽວແລະເປັນຄົນທີ່ທຸກທີ່ສຸດ.+ 15 ລາວໄດ້ຈັບເຢໂຮຢາກິນ+ໄປເປັນຊະເລີຍຢູ່ບາບີໂລນ.+ ລາວຍັງໄດ້ຈັບແມ່ຂອງກະສັດ ພວກເມຍຂອງກະສັດ ພວກຂ້າລາຊະການ ແລະພວກຄົນສຳຄັນຈາກເຢຣູຊາເລັມໄປເປັນຊະເລີຍຢູ່ບາບີໂລນນຳ.
-
-
ເຢເຣມີຢາ 24:1ຄຳພີໄບເບິນສະບັບແປໂລກໃໝ່
-
-
24 ຫຼັງຈາກເນບູກາດເນັດຊາ*ກະສັດຂອງບາບີໂລນຈັບເຢໂກນີຢາ*+ລູກຊາຍຂອງເຢໂຮຢາກີມ+ກະສັດຂອງຢູດາ ລວມທັງພວກເຈົ້ານາຍຂອງຢູດາ ພວກທີ່ເຮັດວຽກດ້ານສີໄມ້ລາຍມື ແລະພວກຊ່າງເຫຼັກ*ໄປເປັນຊະເລີຍ ລາວພາເຂົາເຈົ້າທັງໝົດອອກຈາກເຢຣູຊາເລັມໄປບາບີໂລນ.+ ແລ້ວພະເຢໂຫວາກໍໃຫ້ຂ້ອຍເຫັນກະຕ່າໃສ່ໝາກເດື່ອ 2 ກະຕ່າທີ່ຕັ້ງຢູ່ໜ້າວິຫານຂອງພະເຢໂຫວາ.
-
-
ດານີເອນ 1:2, 3ຄຳພີໄບເບິນສະບັບແປໂລກໃໝ່
-
-
2 ພະເຢໂຫວາໄດ້ໃຫ້ເນບູກາດເນັດຊາຕໍ່ສູ້ຊະນະເຢໂຮຢາກີມກະສັດຂອງຢູດາ.+ ເນບູກາດເນັດຊາໄດ້ເອົາເຄື່ອງໃຊ້ບາງຢ່າງໃນວິຫານຂອງພະເຈົ້າທ່ຽງແທ້ໄປບາບີໂລນ*+ ແລະເອົາໄປໄວ້ໃນຄັງຊັບສິນຢູ່ວິຫານຂອງພະເຈົ້າຂອງລາວ.+
3 ກະສັດໄດ້ສັ່ງອັດຊະເປນັດທີ່ເປັນຫົວໜ້າພວກຂ້າລາຊະການໃຫ້ພາຄົນອິດສະຣາເອນຈຳນວນໜຶ່ງມາຫາລາວ ໂດຍສະເພາະແມ່ນລູກຫຼານຂອງກະສັດແລະລູກຫຼານຂອງພວກເຈົ້ານາຍ.+
-