ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 25:13, 14
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ພວກ​ການເດອາ​ມ້າງ​ເສົາ​ທອງແດງ 2 ຕົ້ນ+ທີ່​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ ແລະ​ມ້າງ​ລໍ້+​ກັບ​ອ່າງ​ທະເລ​ທອງແດງ+ທີ່​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ ແລ້ວ​ເຂົາ​ເຈົ້າ​ກໍ​ຂົນ​ທອງແດງ​ໄປ​ບາບີໂລນ.+ 14 ເຂົາ​ເຈົ້າ​ຍັງ​ໄດ້​ເອົາຖັງ​ໃສ່​ຂີ້ເທົ່າ* ຊວ້ານ ມີດ​ຕັດ​ສຳລັບ​ຕັດ​ໄສ້​ຕະກຽງ ຈອກ ແລະ​ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ເປັນ​ທອງແດງ​ທີ່​ຢູ່​ໃນ​ວິຫານ​ໄປ​ນຳ.

  • 2 ຂ່າວຄາວ 36:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ເຄື່ອງໃຊ້​ທຸກ​ຢ່າງ​ທັງ​ອັນ​ນ້ອຍ​ອັນ​ໃຫຍ່​ທີ່​ຢູ່​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ກັບ​ຊັບ​ສົມບັດ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ ແລະ​ຊັບ​ສົມບັດ​ຂອງ​ກະສັດ​ກັບ​ຂອງ​ພວກ​ເຈົ້າ​ນາຍ ລາວ​ໄດ້​ເອົາ​ໄປ​ບາບີໂລນ​ຈົນ​ໝົດ.+

  • ເຢເຣມີຢາ 52:17, 18
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ພວກ​ການເດອາ​ມ້າງ​ເສົາ​ທອງແດງ 2 ຕົ້ນ+​ທີ່​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ ແລະ​ມ້າງ​ລໍ້+​ກັບ​ອ່າງ​ທະເລ​ທອງແດງ+​ທີ່​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ ແລ້ວ​ກໍ​ຂົນ​ທອງແດງ​ທັງໝົດ​ໄປ​ບາບີໂລນ.+ 18 ເຂົາ​ເຈົ້າ​ຍັງ​ໄດ້​ເອົາ​ຖັງ​ໃສ່​ຂີ້ເທົ່າ* ຊວ້ານ ມີດ​ຕັດ​ສຳລັບ​ຕັດ​ໄສ້​ຕະກຽງ ຖ້ວຍ+ ຈອກ+ ແລະ​ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ເປັນ​ທອງແດງ​ທີ່​ຢູ່​ໃນ​ວິຫານ​ໄປ​ນຳ.

  • ດານີເອນ 5:3
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ແລ້ວ​ເຂົາເຈົ້າ​ກໍ​ເອົາ​ຈອກ​ຄຳ​ທີ່​ເອົາ​ມາ​ຈາກ​ວິຫານ​ຂອງ​ພະເຈົ້າ​ຢູ່​ເມືອງ​ເຢຣູຊາເລັມ​ອອກ​ມາ. ກະສັດ​ກັບ​ພວກ​ຜູ້​ປົກຄອງ​ແລະ​ພວກ​ເມຍ​ກັບ​ພວກ​ເມຍ​ນ້ອຍ​ຂອງ​ລາວ​ກໍ​ເອົາ​ຈອກ​ເຫຼົ່າ​ນັ້ນ​ມາ​ໃສ່​ເຫຼົ້າແວງ​ກິນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌