ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 40:11
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ເພິ່ນ​ຈະ​ເບິ່ງແຍງ*​ແກະ​ຂອງ​ເພິ່ນ​ຄື​ກັບ​ຄົນ​ລ້ຽງ​ແກະ​ເຮັດ.+

      ເພິ່ນ​ຈະ​ຕ້ອນ*​ແກະ​ຂອງ​ເພິ່ນ​ໃຫ້​ມາ​ຢູ່​ນຳ​ກັນ.

      ເພິ່ນ​ຈະ​ອູ້ມ​ພວກ​ມັນ​ແລະ​ກອດ​ໄວ້​ຢູ່​ເອິກ.

      ເພິ່ນ​ຈະ​ຄ່ອຍ​ໆ​ພາ​ແກະ​ແມ່​ລູກ​ອ່ອນ​ໄປ.+

  • ເອເຊກຽນ 34:11-13
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ເຮົາ​ຈະ​ໄປ​ຊອກຫາ​ແກະ​ຂອງ​ເຮົາ​ເອງ ແລະ​ເຮົາ​ຈະ​ເບິ່ງແຍງ​ພວກ​ມັນ.+ 12 ເຮົາ​ຈະ​ເບິ່ງແຍງ​ແກະ​ຂອງ​ເຮົາ​ຄື​ກັບ​ຄົນ​ລ້ຽງ​ແກະ​ທີ່​ຊອກ​ແລະ​ເບິ່ງແຍງ​ແກະ​ຂອງ​ລາວ+​ທີ່​ກະຈັດ​ກະຈາຍ​ກັນ​ໄປ​ໃນ​ມື້​ທີ່​ມືດ​ຄຶ້ມ​ແລະ​ມີ​ຂີ້ເຝື້ອ​ຕຶບໜາ.+ 13 ເຮົາ​ຈະ​ພາ​ພວກ​ມັນ​ອອກ​ມາ​ຈາກ​ຊາດ​ຕ່າງ​ໆ​ແລະ​ລວບລວມ​ພວກ​ມັນ​ຈາກ​ແຜ່ນດິນ​ຕ່າງ​ໆ​. ເຮົາ​ຈະ​ພາ​ພວກ​ມັນ​ກັບ​ມາ​ແຜ່ນດິນ​ຂອງ​ໂຕເອງ​ແລະ​ລ້ຽງ​ພວກ​ມັນ​ຢູ່​ຕາມ​ພູ​ຂອງ​ອິດສະຣາເອນ+ ຕາມ​ແຄມ​ແມ່​ນ້ຳ ແລະ​ຕາມ​ບ່ອນ​ທີ່​ຄົນ​ອາໄສ​ຢູ່.

  • ມີກາ 2:12
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ຢາໂຄບ​ເອີ້ຍ ເຮົາ​ຈະ​ລວບລວມ​ພວກເຈົ້າ​ທັງໝົດ​ໃຫ້​ເຂົ້າມາ.

      ເຮົາ​ຈະ​ລວບລວມ​ພວກ​ອິດສະຣາເອນ​ທີ່​ເຫຼືອ​ໃຫ້​ມາ​ຢູ່​ນຳ​ກັນ.+

      ເຮົາ​ຈະ​ໃຫ້​ເຂົາເຈົ້າ​ຢູ່​ນຳ​ກັນ​ຢ່າງ​ສະຫງົບສຸກ​ຄື​ກັບ​ແກະ​ທີ່​ຢູ່​ໃນ​ຄອກ+

      ຄື​ກັບ​ຝູງ​ແກະ​ທີ່​ຢູ່​ທົ່ງຫຍ້າ.

      ບ່ອນ​ນັ້ນ​ຈະ​ມີ​ສຽງ​ດັງ​ຍ້ອນ​ມີ​ຄົນ​ຫຼາຍ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌