-
ພະບັນຍັດ 30:9ຄຳພີໄບເບິນສະບັບແປໂລກໃໝ່
-
-
9 ພະເຢໂຫວາພະເຈົ້າຂອງພວກເຈົ້າຈະເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງ+ ແລະມີລູກມີຫຼານຫຼາຍໆ. ຝູງສັດຂອງພວກເຈົ້າກໍຈະອອກແມ່ແພ່ລູກ ແລະຜົນລະປູກຂອງພວກເຈົ້າກໍຈະອຸດົມສົມບູນ. ພະເຢໂຫວາຍິນດີທີ່ຈະເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງອີກ ຄືກັບທີ່ເພິ່ນຍິນດີຕອນທີ່ໄດ້ຊ່ວຍປູ່ຍ່າຕານາຍຂອງພວກເຈົ້າ.+
-
-
ເອຊາຢາ 63:7ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ຂ້ອຍຈະເວົ້າເຖິງສິ່ງທີ່ພະເຢໂຫວາເຮັດດ້ວຍຄວາມຮັກທີ່ໝັ້ນຄົງຂອງເພິ່ນ
ແລະຈະສັນລະເສີນພະເຢໂຫວາ
ຍ້ອນພະເຢໂຫວາໄດ້ເຮັດທຸກສິ່ງເພື່ອພວກເຮົາ.+
ເພິ່ນເຮັດສິ່ງທີ່ດີຫຼາຍຢ່າງເພື່ອລູກຫຼານຂອງອິດສະຣາເອນ
ຍ້ອນເພິ່ນມີຄວາມເມດຕາແລະມີຄວາມຮັກທີ່ໝັ້ນຄົງທີ່ຍິ່ງໃຫຍ່.
-