ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມັດທາຍ 26:27, 28
    ຄຳພີໄບເບິນສະບັບແປໂລກໃໝ່
    • 27 ແລ້ວ​ພະ​ເຢຊູ​ກໍ​ຈັບ​ເອົາ​ຈອກ​ຂຶ້ນ​ມາ ອະທິດຖານ​ຂອບໃຈ​ພະເຈົ້າ ແລ້ວ​ຍື່ນ​ໃຫ້​ເຂົາເຈົ້າ. ເພິ່ນ​ເວົ້າ​ວ່າ: “ໃຫ້​ທຸກ​ຄົນ​ກິນ​ຈາກ​ຈອກ​ນີ້.+ 28 ນີ້​ໝາຍເຖິງ​ເລືອດ​ຂອງ​ຂ້ອຍ ເປັນ ‘ເລືອດ+​ທີ່​ເຮັດ​ໃຫ້​ສັນຍາ​ມີ​ຜົນ​ບັງຄັບ​ໃຊ້’+ ເຊິ່ງ​ຈະ​ຕ້ອງ​ໄຫຼ​ອອກ​ເພື່ອ​ເຮັດ​ໃຫ້​ຄວາມ​ຜິດ​ຂອງ​ຄົນ​ຈຳນວນ​ຫຼາຍ+​ໄດ້​ຮັບ​ການ​ຍົກໂທດ.+

  • ລູກາ 22:20
    ຄຳພີໄບເບິນສະບັບແປໂລກໃໝ່
    • 20 ເມື່ອ​ກິນ​ເຂົ້າ​ແລງ​ແລ້ວ ເພິ່ນ​ກໍ​ຈັບ​ເອົາ​ຈອກ​ເຫຼົ້າແວງ​ແລະ​ເຮັດ​ຄື​ເກົ່າ ແລ້ວ​ເວົ້າ​ວ່າ: “ຈອກ​ນີ້​ໝາຍເຖິງ​ສັນຍາ​ໃໝ່+​ທີ່​ຈະ​ເລີ່ມ​ມີ​ຜົນ​ບັງຄັບ​ໃຊ້​ເມື່ອ​ຂ້ອຍ​ສະລະ​ເລືອດ​ຂອງ​ຂ້ອຍ+​ເພື່ອ​ພວກ​ເຈົ້າ.+

  • 1 ໂກຣິນໂທ 11:25
    ຄຳພີໄບເບິນສະບັບແປໂລກໃໝ່
    • 25 ເມື່ອ​ກິນ​ເຂົ້າ​ແລງ​ແລ້ວ ເພິ່ນ​ກໍ​ຈັບ​ເອົາ​ຈອກ​ເຫຼົ້າແວງ​ແລະ​ເຮັດ​ຄື​ເກົ່າ+ ແລ້ວ​ເວົ້າ​ວ່າ: “ຈອກ​ນີ້​ໝາຍເຖິງ​ສັນຍາ​ໃໝ່+​ທີ່​ຈະ​ເລີ່ມ​ມີ​ຜົນ​ບັງຄັບ​ໃຊ້​ເມື່ອ​ຂ້ອຍ​ສະລະ​ເລືອດ​ຂອງ​ຂ້ອຍ.+ ໃຫ້​ພວກ​ເຈົ້າ​ເຮັດ​ແບບ​ນີ້​ຕໍ່​ໆ​ໄປ ແລະ​ທຸກ​ເທື່ອ​ທີ່​ພວກ​ເຈົ້າ​ດື່ມ​ແບບ​ນີ້​ກໍ​ໃຫ້​ຄິດເຖິງ​ຂ້ອຍ.”+

  • ເຮັບເຣີ 8:8-12
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 ແຕ່​ພະເຈົ້າ​ເຫັນ​ຂໍ້​ບົກ​ພ່ອງ​ຂອງ​ຊົນຊາດ​ນີ້​ຍ້ອນ​ພະຄຳພີ​ບອກ​ໄວ້​ວ່າ: “ພະ​ເຢໂຫວາ*​ບອກ​ວ່າ ‘ອີກ​ຈັກ​ໜ້ອຍ ເຮົາ​ຈະ​ເຮັດ​ສັນຍາ​ໃໝ່​ກັບ​ຄົນ​ອິດສະຣາເອນ​ແລະ​ຄົນ​ຢູດາ. 9 ສັນຍາ​ນີ້​ຈະ​ບໍ່​ຄື​ກັບ​ສັນຍາ​ທີ່​ເຮົາ​ເຄີຍ​ເຮັດ​ກັບ​ປູ່ຍ່າ​ຕານາຍ​ຂອງ​ເຂົາເຈົ້າ​ຕອນ​ທີ່​ເຮົາ​ຈູງ​ມື​ຄົນ​ເຫຼົ່າ​ນັ້ນ​ອອກ​ມາ​ຈາກ​ແຜ່ນດິນ​ເອຢິບ.+ ເຮົາ​ເຊົາ​ສົນໃຈ​ເຂົາເຈົ້າ​ຍ້ອນ​ເຂົາເຈົ້າ​ບໍ່​ເຮັດ​ຕາມ​ທີ່​ສັນຍາ​ກັບ​ເຮົາ.’ ພະ​ເຢໂຫວາ*​ເວົ້າ​ໄວ້​ແບບ​ນັ້ນ.

      10 ພະ​ເຢໂຫວາ*​ບອກ​ວ່າ ‘ນີ້​ແມ່ນ​ຄຳ​ສັນຍາ​ທີ່​ເຮົາ​ຈະ​ເຮັດ​ກັບ​ຄົນ​ອິດສະຣາ​ເອນ​ຫຼັງ​ຈາກ​ສັນຍາ​ທີ່​ເຮົາ​ເຄີຍ​ເຮັດ​ແຕ່​ກີ້. ເຮົາ​ຈະ​ເອົາ​ກົດໝາຍ​ຂອງ​ເຮົາ​ໃສ່​ໄວ້​ໃນ​ຄວາມ​ຄິດ​ຂອງ​ເຂົາເຈົ້າ ແລະ​ເຮົາ​ຈະ​ຂຽນ​ກົດໝາຍ​ຂອງ​ເຮົາ​ໄວ້​ໃນ​ໃຈ​ຂອງ​ເຂົາເຈົ້າ.+ ແລ້ວ​ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ເຂົາເຈົ້າ ແລະ​ເຂົາເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.+

      11 ເຂົາເຈົ້າ​ຈະ​ບໍ່​ຕ້ອງ​ສອນຄົນ​ຊາດ​ດຽວ​ກັນຫຼື​ອ້າຍ​ນ້ອງ​ຂອງ​ໂຕເອງ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ*​ອີກ ຍ້ອນ​ເຂົາເຈົ້າ​ທຸກ​ຄົນ​ຕັ້ງແຕ່​ຜູ້​ນ້ອຍ​ຈົນ​ຮອດ​ຜູ້​ໃຫຍ່​ຈະ​ຮູ້​ຈັກ​ເຮົາ. 12 ເຮົາ​ຈະ​ຍົກໂທດ​ໃຫ້​ເຂົາເຈົ້າ​ທີ່​ເຮັດ​ຊົ່ວ ແລະ​ເຮົາ​ຈະ​ບໍ່​ຈື່​ຄວາມ​ຜິດ​ຂອງ​ເຂົາ​ເຈົ້າ​ອີກ​ຕໍ່​ໄປ.’”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌