ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 33:8
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 ເຮົາ​ຈະ​ຍົກ​ໂທດ​ບາບ​ແລະ​ຄວາມ​ຜິດ​ທັງໝົດ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ຕໍ່​ເຮົາ​ເພື່ອ​ທີ່​ເຂົາ​ເຈົ້າ​ຈະ​ສະອາດ.+

  • ເຢເຣມີຢາ 50:20
    ຄຳພີໄບເບິນສະບັບແປໂລກໃໝ່
    • 20 ພະ​ເຢໂຫວາ​ບອກ​ວ່າ: “ໃນ​ສະໄໝ​ນັ້ນ​ແລະ​ໃນ​ຕອນ​ນັ້ນ

      ຈະ​ມີ​ການ​ຊອກ​ຫາ​ຄວາມ​ຜິດ​ຂອງ​ອິດສະຣາເອນ

      ແຕ່​ຈະ​ບໍ່​ເຈິ​ເລີຍ

      ແລະ​ກໍ​ຈະ​ບໍ່​ເຈິ​ຄວາມ​ຜິດ​ຂອງ​ຢູດາ​ຄື​ກັນ

      ຍ້ອນ​ເຮົາ​ຈະ​ຍົກ​ໂທດ​ໃຫ້​ຄົນ​ເຫຼົ່າ​ນັ້ນ​ທີ່​ເຮົາ​ຍອມ​ໃຫ້​ເຫຼືອ​ຢູ່.”+

  • ມັດທາຍ 26:27, 28
    ຄຳພີໄບເບິນສະບັບແປໂລກໃໝ່
    • 27 ແລ້ວ​ພະ​ເຢຊູ​ກໍ​ຈັບ​ເອົາ​ຈອກ​ຂຶ້ນ​ມາ ອະທິດຖານ​ຂອບໃຈ​ພະເຈົ້າ ແລ້ວ​ຍື່ນ​ໃຫ້​ເຂົາເຈົ້າ. ເພິ່ນ​ເວົ້າ​ວ່າ: “ໃຫ້​ທຸກ​ຄົນ​ກິນ​ຈາກ​ຈອກ​ນີ້.+ 28 ນີ້​ໝາຍເຖິງ​ເລືອດ​ຂອງ​ຂ້ອຍ ເປັນ ‘ເລືອດ+​ທີ່​ເຮັດ​ໃຫ້​ສັນຍາ​ມີ​ຜົນ​ບັງຄັບ​ໃຊ້’+ ເຊິ່ງ​ຈະ​ຕ້ອງ​ໄຫຼ​ອອກ​ເພື່ອ​ເຮັດ​ໃຫ້​ຄວາມ​ຜິດ​ຂອງ​ຄົນ​ຈຳນວນ​ຫຼາຍ+​ໄດ້​ຮັບ​ການ​ຍົກໂທດ.+

  • ເຮັບເຣີ 8:10-12
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ພະ​ເຢໂຫວາ*​ບອກ​ວ່າ ‘ນີ້​ແມ່ນ​ຄຳ​ສັນຍາ​ທີ່​ເຮົາ​ຈະ​ເຮັດ​ກັບ​ຄົນ​ອິດສະຣາ​ເອນ​ຫຼັງ​ຈາກ​ສັນຍາ​ທີ່​ເຮົາ​ເຄີຍ​ເຮັດ​ແຕ່​ກີ້. ເຮົາ​ຈະ​ເອົາ​ກົດໝາຍ​ຂອງ​ເຮົາ​ໃສ່​ໄວ້​ໃນ​ຄວາມ​ຄິດ​ຂອງ​ເຂົາເຈົ້າ ແລະ​ເຮົາ​ຈະ​ຂຽນ​ກົດໝາຍ​ຂອງ​ເຮົາ​ໄວ້​ໃນ​ໃຈ​ຂອງ​ເຂົາເຈົ້າ.+ ແລ້ວ​ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ເຂົາເຈົ້າ ແລະ​ເຂົາເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.+

      11 ເຂົາເຈົ້າ​ຈະ​ບໍ່​ຕ້ອງ​ສອນຄົນ​ຊາດ​ດຽວ​ກັນຫຼື​ອ້າຍ​ນ້ອງ​ຂອງ​ໂຕເອງ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ*​ອີກ ຍ້ອນ​ເຂົາເຈົ້າ​ທຸກ​ຄົນ​ຕັ້ງແຕ່​ຜູ້​ນ້ອຍ​ຈົນ​ຮອດ​ຜູ້​ໃຫຍ່​ຈະ​ຮູ້​ຈັກ​ເຮົາ. 12 ເຮົາ​ຈະ​ຍົກໂທດ​ໃຫ້​ເຂົາເຈົ້າ​ທີ່​ເຮັດ​ຊົ່ວ ແລະ​ເຮົາ​ຈະ​ບໍ່​ຈື່​ຄວາມ​ຜິດ​ຂອງ​ເຂົາ​ເຈົ້າ​ອີກ​ຕໍ່​ໄປ.’”+

  • ເຮັບເຣີ 9:15
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ນີ້​ເປັນ​ເຫດຜົນ​ທີ່​ເພິ່ນ​ເປັນ​ຄົນ​ກາງ​ຂອງ​ສັນຍາ​ໃໝ່+ ເພື່ອ​ຄົນ​ທີ່​ພະເຈົ້າ​ເລືອກ​ຈະ​ໄດ້​ຮັບ​ຄຳ​ສັນຍາ​ເລື່ອງ​ມໍລະດົກ​ຕະຫຼອດ​ໄປ.+ ເລື່ອງ​ນີ້​ເປັນ​ໄປ​ໄດ້​ຍ້ອນ​ເພິ່ນ​ຍອມ​ຕາຍ​ເພື່ອ​ໄຖ່+​ເຂົາເຈົ້າ​ໃຫ້​ພົ້ນ​ໂທດ​ຈາກ​ການ​ເຮັດ​ຜິດ​ພາຍ​ໃຕ້​ສັນຍາ​ເກົ່າ.

  • ເຮັບເຣີ 10:17
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ຈາກນັ້ນ ພະລັງ​ບໍລິສຸດ​ກໍ​ເວົ້າ​ອີກ​ວ່າ: “ເຮົາ​ຈະ​ບໍ່​ຈື່​ຄວາມ​ຜິດ​ແລະ​ການ​ເຮັດ​ຊົ່ວ​ຂອງ​ເຂົາເຈົ້າ​ອີກ​ຕໍ່​ໄປ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌