ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຂ່າວຄາວ 36:15, 16
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ໄດ້​ໃຫ້​ຜູ້​ສົ່ງ​ຂ່າວ​ຂອງ​ເພິ່ນ​ມາ​ເຕືອນ​ເຂົາ​ເຈົ້າ​ຫຼາຍ​ເທື່ອ ຍ້ອນ​ເພິ່ນ​ອີ່ຕົນ​ປະຊາຊົນ​ຂອງ​ເພິ່ນ​ແລະ​ບໍ່​ຢາກ​ໃຫ້ວິຫານ​ຖືກ​ທຳລາຍ. 16 ແຕ່​ເຂົາ​ເຈົ້າ​ເຍາະເຍີ້ຍ​ຜູ້​ສົ່ງ​ຂ່າວ​ຂອງ​ພະເຈົ້າ​ທ່ຽງແທ້+ ດູຖູກ​ຄຳ​ເຕືອນ​ຂອງ​ເພິ່ນ+ ແລະ​ດູຖູກ​ຜູ້ພະຍາກອນ​ຂອງ​ເພິ່ນ+ ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ+​ຈົນບໍ່​ມີ​ວິທີ​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້.

  • ເນເຮມີຢາ 9:33
    ຄຳພີໄບເບິນສະບັບແປໂລກໃໝ່
    • 33 ບໍ່​ວ່າ​ພວກ​ເຮົາ​ຈະ​ເຈິ​ເລື່ອງ​ດີ​ຫຼື​ເລື່ອງ​ຮ້າຍ ພະອົງ​ກໍຍຸຕິທຳກັບ​ພວກ​ເຮົາ​ສະເໝີ. ພະອົງ​ເຮັດ​ທຸກ​ສິ່ງ​ດ້ວຍ​ຄວາມ​ສັດຊື່ ແຕ່​ພວກ​ເຮົາ​ນີ້​ແຫຼະ​ທີ່​ເຮັດ​ຊົ່ວ​ເອງ.+

  • ດານີເອນ 9:7
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ພະ​ເຢໂຫວາ ພະອົງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ ແຕ່​ພວກ​ເຮົາ​ພັດ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ອາຍ​ຈົນ​ຮອດ​ທຸກ​ມື້​ນີ້. ພະອົງ​ເຮັດ​ໃຫ້​ຄົນ​ຢູດາ ຄົນ​ໃນ​ເມືອງ​ເຢຣູຊາເລັມ ແລະ​ພວກ​ອິດສະຣາເອນ​ທຸກ​ຄົນ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ທຸກ​ດິນແດນ​ທັງ​ໃກ້​ແລະ​ໄກ ຍ້ອນ​ເຂົາເຈົ້າ​ບໍ່​ສັດຊື່​ຕໍ່​ພະອົງ.+

  • ດານີເອນ 9:16
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ພະ​ເຢໂຫວາ ພະອົງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ.+ ຂໍ​ພະອົງ​ເຊົາ​ຄຽດ​ແລະ​ເຊົາ​ໃຈຮ້າຍ​ໃຫ້​ເມືອງ​ເຢຣູຊາເລັມ​ທີ່​ເປັນ​ເມືອງ​ຂອງ​ພະອົງ​ແລະ​ເປັນ​ພູ​ທີ່​ບໍລິສຸດ​ຂອງ​ພະອົງ. ຍ້ອນ​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຮົາ​ໄດ້​ເຮັດ​ຜິດ ທຸກ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ພວກ​ເຮົາ​ຈຶ່ງ​ເຍາະເຍີ້ຍ​ເມືອງ​ເຢຣູຊາເລັມ​ແລະ​ປະຊາຊົນ​ຂອງ​ພະອົງ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌