-
ເຢເຣມີຢາ 21:1, 2ຄຳພີໄບເບິນສະບັບແປໂລກໃໝ່
-
-
21 ເຢເຣມີຢາໄດ້ຮັບຂ່າວສານຈາກພະເຢໂຫວາຕອນທີ່ກະສັດເຊເດກີຢາ+ສົ່ງປັດຊູ+ລູກຊາຍຂອງມັນກີຢາແລະປະໂລຫິດເຊຟານີຢາ+ລູກຊາຍຂອງມາອາເສຢາມາຫາລາວ ເຂົາເຈົ້າຂໍຮ້ອງລາວວ່າ: 2 “ຂໍໃຫ້ເຈົ້າຖາມພະເຢໂຫວາວ່າຈະເກີດຫຍັງຂຶ້ນກັບພວກເຮົາ ຍ້ອນເນບູກາດເນັດຊາ*ກະສັດຂອງບາບີໂລນກຳລັງຈະມາເຮັດສົງຄາມກັບພວກເຮົາ.+ ບາງເທື່ອພະເຢໂຫວາຈະເຮັດການອັດສະຈັນເພື່ອຊ່ວຍພວກເຮົາແລະເຮັດໃຫ້ກະສັດຖອຍກອງທັບກັບໄປ.”+
-
-
ເອເຊກຽນ 33:31ຄຳພີໄບເບິນສະບັບແປໂລກໃໝ່
-
-
31 ເຂົາເຈົ້າຈະມານັ່ງຢູ່ຕໍ່ໜ້າເຈົ້າຄືກັບທີ່ປະຊາຊົນຂອງເຮົາຈະເຮັດ. ເຂົາເຈົ້າຈະຟັງເຈົ້າເວົ້າ ແຕ່ຈະບໍ່ເຮັດຕາມ.+ ເຂົາເຈົ້າຈະເວົ້າເອົາໃຈເຈົ້າຊື່ໆ ແຕ່ໃນໃຈເຂົາເຈົ້າໂລບຢາກໄດ້ແຕ່ຜົນປະໂຫຍດໃຫ້ໂຕເອງ.
-