ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 80:14-16
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ພະເຈົ້າ​ຜູ້ບັນຊາການ​ກອງທັບ​ເອີ້ຍ ຂໍ​ພະອົງ​ອວຍພອນ​ພວກເຮົາ​ອີກ​ເທື່ອ​ໜຶ່ງ.

      ຂໍ​ພະອົງ​ເບິ່ງ​ລົງ​ມາ​ຈາກ​ຟ້າ​ສະຫວັນ

      ແລະ​ເບິ່ງແຍງ​ຕົ້ນ​ໝາກ​ລະແຊັງ​ຕົ້ນ​ນີ້+

      15 ເຊິ່ງ​ເປັນ​ຕົ້ນ​ທີ່​ພະອົງ​ປູກ​ເອງ​ກັບ​ມື*+

      ແລະ​ເບິ່ງ​ເຄືອ​ນັ້ນ​ທີ່​ພະອົງ​ເຮັດ​ໃຫ້​ແຂງແຮງ.+

      16 ມັນ​ຖືກ​ຈູດ+​ແລະ​ຖືກ​ຕັດ.

      ເມື່ອ​ພະອົງ​ສັ່ງ​ສອນ​ປະຊາຊົນ​ຂອງ​ພະອົງ ເຂົາເຈົ້າ​ກໍ​ຖືກ​ທຳລາຍ.

  • ເອຊາຢາ 5:24
    ຄຳພີໄບເບິນສະບັບແປໂລກໃໝ່
    • 24 ເຂົາເຈົ້າ​ຈະ​ຖືກ​ທຳລາຍ

      ຄື​ກັບ​ຕໍເຟືອງ​ແລະ​ຫຍ້າ​ແຫ້ງ​ທີ່​ຖືກ​ໄຟ​ໄໝ້.

      ຮາກ​ຂອງ​ເຂົາເຈົ້າ​ຈະ​ເນົ່າ

      ແລະ​ດອກ​ຂອງ​ເຂົາເຈົ້າ​ຈະ​ແຕກ​ຊະ​ອອກ​ຄື​ກັບ​ຂີ້ຝຸ່ນ

      ຍ້ອນ​ເຂົາເຈົ້າ​ບໍ່​ເຮັດ​ຕາມ​ກົດໝາຍ*​ຂອງ​ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ

      ແລະ​ບໍ່​ນັບຖື​ຄຳ​ສອນ​ຂອງ​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ.+

  • ເຢເຣມີຢາ 7:20
    ຄຳພີໄບເບິນສະບັບແປໂລກໃໝ່
    • 20 ພະ​ເຢໂຫວາ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ຈຶ່ງ​ເວົ້າ​ວ່າ ‘ເຮົາ​ຈະ​ເທ​ຄວາມ​ໃຈ​ຮ້າຍ​ຂອງ​ເຮົາ​ໃສ່​ແຜ່ນດິນ​ນີ້+ ໃສ່​ຄົນ​ແລະ​ສັດ ໃສ່​ຕົ້ນໄມ້​ທີ່​ຢູ່​ທົ່ງ​ຫຍ້າ​ແລະ​ຜົນລະປູກ​ທີ່​ຢູ່​ດິນ. ຄວາມ​ໃຈ​ຮ້າຍ​ຂອງ​ເຮົາ​ຈະ​ເປັນ​ຄື​ກັບ​ໄຟ​ທີ່​ບໍ່​ມີ​ຜູ້​ໃດ​ມອດ​ໄດ້.’+

  • ເອເຊກຽນ 20:47
    ຄຳພີໄບເບິນສະບັບແປໂລກໃໝ່
    • 47 ໃຫ້​ເຈົ້າ​ບອກ​ປ່າ​ໄມ້​ນັ້ນ​ວ່າ ‘ໃຫ້​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ. ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ວ່າ “ເຮົາ​ຈະ​ຈູດ​ເຈົ້າ​ຖິ້ມ.+ ໄຟ​ນັ້ນ​ຈະ​ໄໝ້​ທັງ​ຕົ້ນໄມ້​ທີ່​ຂຽວ​ໆ​ແລະ​ຕົ້ນໄມ້​ທີ່​ແຫ້ງ​ໆ​ທຸກ​ຕົ້ນ​ຂອງ​ເຈົ້າ. ໄຟ​ນັ້ນ​ຈະ​ບໍ່​ມອດ+ ແລະ​ມັນ​ຈະ​ໄໝ້​ໜ້າ​ທຸກ​ຄົນ​ຈົນ​ແຫ້ມ​ຕັ້ງ​ແຕ່​ເໜືອ​ຮອດ​ໃຕ້.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌