-
ເອຊາຢາ 6:11ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ຂ້ອຍຈຶ່ງຖາມວ່າ: “ພະເຢໂຫວາ ມັນຈະເປັນແບບນີ້ອີກດົນປານໃດ?” ເພິ່ນຕອບວ່າ:
“ມັນຈະເປັນແບບນີ້ຈົນຮອດຕອນທີ່ເມືອງຕ່າງໆຂອງເຂົາເຈົ້າຖືກທຳລາຍແລະບໍ່ມີຄົນອາໄສຢູ່ອີກຕໍ່ໄປ
ຈົນຮອດຕອນທີ່ເຮືອນທຸກຫຼັງຂອງເຂົາເຈົ້າບໍ່ມີຄົນຢູ່
ແລະຈົນຮອດຕອນທີ່ແຜ່ນດິນຂອງເຂົາເຈົ້າຖືກປະຖິ້ມໄວ້.+
-
ເຢເຣມີຢາ 25:11ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ແຜ່ນດິນທັງໝົດນີ້ຈະກາຍເປັນຊາກຫັກພັງແລະກາຍເປັນບ່ອນທີ່ເປັນຕາຢ້ານ ແລະຊາດເຫຼົ່ານີ້ຈະຕ້ອງຮັບໃຊ້ກະສັດບາບີໂລນ 70 ປີ.”’+
-
-
ເອເຊກຽນ 6:14ຄຳພີໄບເບິນສະບັບແປໂລກໃໝ່
-
-
14 ເຮົາຈະລົງໂທດເຂົາເຈົ້າແລະເຮັດໃຫ້ແຜ່ນດິນຂອງເຂົາເຈົ້າຮ້າງເປົ່າ. ທຸກໆບ່ອນທີ່ເຂົາເຈົ້າຢູ່ຈະຮ້າງເປົ່າຫຼາຍກວ່າບ່ອນກັນດານທີ່ໃກ້ດິບລາ ແລ້ວເຂົາເຈົ້າຈະຮູ້ວ່າເຮົາແມ່ນເຢໂຫວາ.’”
-
-
-