-
ພະບັນຍັດ 8:3ຄຳພີໄບເບິນສະບັບແປໂລກໃໝ່
-
-
3 ເພິ່ນເຮັດໃຫ້ພວກເຈົ້າຖ່ອມໂຕລົງ ຍອມໃຫ້ພວກເຈົ້າຫິວ+ ແລະໄດ້ລ້ຽງພວກເຈົ້າດ້ວຍມານາ+ເຊິ່ງພວກເຈົ້າກັບປູ່ຍ່າຕານາຍຂອງພວກເຈົ້າບໍ່ເຄີຍໄດ້ກິນມາກ່ອນ ເພື່ອພວກເຈົ້າຈະຮູ້ວ່າຄົນເຮົາຈະມີຊີວິດຢູ່ໄດ້ ບໍ່ແມ່ນດ້ວຍອາຫານເທົ່ານັ້ນ ແຕ່ດ້ວຍຄຳເວົ້າທຸກຄຳທີ່ອອກມາຈາກປາກພະເຢໂຫວາ.+
-
-
ພະບັນຍັດ 30:16ຄຳພີໄບເບິນສະບັບແປໂລກໃໝ່
-
-
16 ຖ້າເຈົ້າເຊື່ອຟັງຄຳສັ່ງຂອງພະເຢໂຫວາພະເຈົ້າຂອງເຈົ້າທີ່ຂ້ອຍບອກເຈົ້າໃນມື້ນີ້ ໂດຍຮັກພະເຢໂຫວາພະເຈົ້າຂອງເຈົ້າ+ ໃຊ້ຊີວິດຕາມແນວທາງຂອງເພິ່ນ ແລະເຮັດຕາມຄຳສັ່ງ ຂໍ້ກຳນົດແລະກົດໝາຍຂອງເພິ່ນ ເຈົ້າຈະມີຊີວິດຢູ່+ ມີຈຳນວນຫຼາຍຂຶ້ນແລະພະເຢໂຫວາພະເຈົ້າຂອງເຈົ້າຈະອວຍພອນເຈົ້າໃນແຜ່ນດິນທີ່ເຈົ້າຈະເຂົ້າໄປຢູ່.+
-