-
ໂຮເຊອາ 2:12ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ເຮົາຈະທຳລາຍຕົ້ນໝາກລະແຊັງກັບຕົ້ນໝາກເດື່ອຂອງລາວທີ່ລາວເວົ້າວ່າ
“ຕົ້ນໄມ້ເຫຼົ່ານີ້ແມ່ນຄ່າຈ້າງທີ່ຊູ້ເອົາໃຫ້ຂ້ອຍ.”
ເຮົາຈະເຮັດໃຫ້ພວກມັນກາຍເປັນປ່າ
ແລ້ວສັດປ່າຈະມາກິນພວກມັນ.
-
-
ມີກາ 1:7ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ຮູບບູຊາທັງໝົດຂອງເມືອງນີ້ຈະຖືກທຸບຈົນມຸ່ນ+
ແລະເງິນທັງໝົດທີ່ເມືອງນີ້ໄດ້ຈາກການຂາຍໂຕຈະຖືກຈູດຖິ້ມ.+
ເຮົາຈະທຳລາຍຮູບບູຊາທັງໝົດຂອງເມືອງນີ້.
ເມືອງນີ້ເອົາເງິນທີ່ໄດ້ຈາກການຂາຍໂຕໄປຊື້ຮູບບູຊາ
ແລ້ວຮູບບູຊາເຫຼົ່ານີ້ກໍຈະຖືກເອົາໄປຈ່າຍເປັນຄ່າຈ້າງໃຫ້ພວກໂສເພນີຢູ່ບ່ອນອື່ນ.”
-