-
ພະບັນຍັດ 28:63, 64ຄຳພີໄບເບິນສະບັບແປໂລກໃໝ່
-
-
63 ຄືກັບທີ່ພະເຢໂຫວາຍິນດີທີ່ໄດ້ເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງ ແລະເຮັດໃຫ້ພວກເຈົ້າມີຈຳນວນຫຼາຍຂຶ້ນ ພະເຢໂຫວາກໍຈະຍິນດີທີ່ຈະທຳລາຍພວກເຈົ້າໃຫ້ໝົດໄປຈາກໂລກນີ້ ແລະພວກເຈົ້າກໍຈະຖືກຂັບໄລ່ອອກຈາກແຜ່ນດິນທີ່ພວກເຈົ້າເຄີຍຢູ່.
64 ພະເຢໂຫວາຈະເຮັດໃຫ້ພວກເຈົ້າກະຈັດກະຈາຍກັນໄປຢູ່ນຳຊາດຕ່າງໆ ຕັ້ງແຕ່ສຸດຂອບໂລກເບື້ອງນີ້ໄປຈົນຮອດສຸດຂອບໂລກເບື້ອງນັ້ນ.+ ຢູ່ບ່ອນນັ້ນ ພວກເຈົ້າຈະນະມັດສະການພະເຈົ້າອື່ນໆທີ່ເປັນໄມ້ເປັນຫີນ ເຊິ່ງພວກເຈົ້າກັບປູ່ຍ່າຕານາຍຂອງພວກເຈົ້າບໍ່ເຄີຍຮູ້ຈັກ.+
-
-
ໂຢຊວຍ 23:15, 16ຄຳພີໄບເບິນສະບັບແປໂລກໃໝ່
-
-
15 ແຕ່ຄືກັບທີ່ພະເຢໂຫວາພະເຈົ້າຂອງພວກເຈົ້າໄດ້ເຮັດໃຫ້ຄຳສັນຍາດີໆທີ່ເພິ່ນເວົ້າໄວ້ເກີດຂຶ້ນແທ້+ ພະເຢໂຫວາກໍຈະເຮັດໃຫ້ຄວາມຈິບຫາຍທີ່ເພິ່ນສັນຍາໄວ້ເກີດຂຶ້ນກັບພວກເຈົ້າແນ່ນອນ ແລະຈະທຳລາຍພວກເຈົ້າໃຫ້ໝົດໄປຈາກແຜ່ນດິນດີໆນີ້ທີ່ພະເຢໂຫວາພະເຈົ້າຂອງພວກເຈົ້າໄດ້ເອົາໃຫ້ພວກເຈົ້າ.+ 16 ຖ້າພວກເຈົ້າບໍ່ເຮັດຕາມທີ່ສັນຍາໄວ້ກັບພະເຢໂຫວາພະເຈົ້າຂອງພວກເຈົ້າແລະບໍ່ເຮັດຕາມຄຳສັ່ງຂອງເພິ່ນ ແລະຖ້າພວກເຈົ້າໄປຂາບໄຫວ້ແລະນະມັດສະການພະເຈົ້າອື່ນ ພະເຢໂຫວາຈະໃຈຮ້າຍໃຫ້ພວກເຈົ້າຫຼາຍ+ ແລະເພິ່ນຈະເຮັດໃຫ້ພວກເຈົ້າຕາຍໄປໄວໆຈາກແຜ່ນດິນດີໆທີ່ເພິ່ນເອົາໃຫ້ພວກເຈົ້າ.”+
-
-
1 ກະສັດ 9:6, 7ຄຳພີໄບເບິນສະບັບແປໂລກໃໝ່
-
-
6 ແຕ່ຖ້າເຈົ້າກັບລູກຫຼານຂອງເຈົ້າບໍ່ໃຊ້ຊີວິດຕາມແນວທາງຂອງເຮົາ ບໍ່ເຮັດຕາມຄຳສັ່ງແລະກົດໝາຍທີ່ເຮົາໃຫ້ພວກເຈົ້າ ແລ້ວໄປຂາບໄຫວ້ແລະຮັບໃຊ້ພະເຈົ້າອື່ນ+ 7 ເຮົາຈະໄລ່ພວກອິດສະຣາເອນອອກຈາກແຜ່ນດິນທີ່ເຮົາເອົາໃຫ້ເຂົາເຈົ້າ+ ແລະເຮົາກໍຈະປະຖິ້ມວິຫານທີ່ເຮົາເຮັດໃຫ້ບໍລິສຸດສຳລັບຊື່ຂອງເຮົາ+ ແລ້ວຊາດຕ່າງໆທີ່ຢູ່ອ້ອມຂ້າງຈະເວົ້າດູຖູກແລະເຍາະເຍີ້ຍພວກອິດສະຣາເອນ.+
-