-
ພວກຜູ້ຕັດສິນ 19:22ຄຳພີໄບເບິນສະບັບແປໂລກໃໝ່
-
-
22 ຕອນທີ່ເຂົາເຈົ້າກຳລັງມ່ວນຊື່ນຢູ່ນັ້ນ ພວກຜູ້ຊາຍຂອງເມືອງນັ້ນທີ່ເປັນຄົນຊົ່ວກໍມາລ້ອມເຮືອນຂອງພໍ່ຕູ້ ທຸບປະຕູແລະຮ້ອງໃສ່ບໍ່ຢຸດບໍ່ເຊົາວ່າ: “ເອົາຜູ້ຊາຍທີ່ມາພັກຢູ່ເຮືອນຂອງເຈົ້າອອກມາດຽວນີ້. ພວກເຮົາຊິນອນນຳລາວ.”+
-
-
ພວກຜູ້ຕັດສິນ 20:4-6ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ຄົນເລວີ+ທີ່ເປັນຜົວຂອງຜູ້ຍິງທີ່ຖືກຂ້າກໍເວົ້າວ່າ: “ຂ້ອຍກັບເມຍນ້ອຍຂອງຂ້ອຍໄປຮອດເມືອງກີເບອາ+ໃນເຂດຂອງເບັນຢາມິນເພື່ອຊິພັກຄ້າງຄືນຢູ່ຫັ້ນ. 5 ເມື່ອຮອດຕອນກາງຄືນ ຄົນໃນເມືອງ*ກີເບອາກໍມາລ້ອມເຮືອນທີ່ຂ້ອຍຢູ່. ທຳອິດ ເຂົາເຈົ້າຊິຂ້າຂ້ອຍ ແຕ່ໄດ້ຂົ່ມຂືນເມຍນ້ອຍຂອງຂ້ອຍແທນຈົນລາວຕາຍ.+ 6 ຂ້ອຍກໍເລີຍເອົາສົບຂອງເມຍມາຕັດເປັນຕ່ອນໆ ແລ້ວສົ່ງໄປທົ່ວອິດສະຣາເອນ+ ຍ້ອນພວກເຂົາເຮັດສິ່ງທີ່ເປັນຕາໜ້າລັງກຽດ ແລະເຮັດສິ່ງທີ່ຊົ່ວຮ້າຍຫຼາຍໃນອິດສະຣາເອນ.
-
-
ໂຮເຊອາ 10:9ຄຳພີໄບເບິນສະບັບແປໂລກໃໝ່
-
-
9 ອິດສະຣາເອນເອີ້ຍ ຕັ້ງແຕ່ເກີດເລື່ອງຢູ່ເມືອງກີເບອາ+ ພວກເຈົ້າກໍເຮັດຜິດມາຕະຫຼອດ.
ພວກເຈົ້າບໍ່ຢາກປ່ຽນແປງໂຕເອງເລີຍ.
ສົງຄາມບໍ່ໄດ້ທຳລາຍຄົນຊົ່ວໃນເມືອງກີເບອາໃຫ້ໝົດ.
-