-
2 ກະສັດ 17:14, 15ຄຳພີໄບເບິນສະບັບແປໂລກໃໝ່
-
-
14 ແຕ່ເຂົາເຈົ້າກໍບໍ່ຟັງແລະຫົວແຂງຄືກັບປູ່ຍ່າຕານາຍຂອງເຂົາເຈົ້າທີ່ບໍ່ເຊື່ອໃນພະເຢໂຫວາພະເຈົ້າ.+ 15 ເຂົາເຈົ້າບໍ່ເຮັດຕາມກົດໝາຍ ບໍ່ເຮັດຕາມສັນຍາ+ທີ່ພະເຈົ້າໄດ້ເຮັດກັບປູ່ຍ່າຕານາຍຂອງເຂົາເຈົ້າ ແລະບໍ່ຟັງຄຳເຕືອນກ່ຽວກັບສິ່ງທີ່ບໍ່ດີຕ່າງໆ.+ ເຂົາເຈົ້ານະມັດສະການຮູບບູຊາທີ່ບໍ່ມີຄ່າ+ແລະເຮັດໃຫ້ໂຕເອງບໍ່ມີຄ່າຄືກັນ.+ ເຂົາເຈົ້າຮຽນແບບຊາດຕ່າງໆທີ່ຢູ່ອ້ອມແອ້ມທັງໆທີ່ພະເຢໂຫວາສັ່ງວ່າ: “ຢ່າຮຽນແບບພວກນັ້ນ.”+
-
-
ເຊຄາຣີຢາ 1:4ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ພະເຢໂຫວາເວົ້າວ່າ “ພວກເຈົ້າຢ່າເປັນຄືກັບປູ່ຍ່າຕານາຍຂອງພວກເຈົ້າເດີ້. ເຮົາເຄີຍໃຫ້ຜູ້ພະຍາກອນຄົນກ່ອນໆໄປບອກເຂົາເຈົ້າວ່າ ‘ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ “ຂໍໃຫ້ພວກເຈົ້າຖິ້ມແນວທາງທີ່ບໍ່ດີແລະເຊົາເຮັດຊົ່ວ ແລ້ວກັບມາຫາເຮົາ.+
ແຕ່ເຂົາເຈົ້າບໍ່ຟັງເຮົາແລະບໍ່ສົນໃຈເຮົາເລີຍ.”’”+
-