-
ໂຢຊວຍ 7:14ຄຳພີໄບເບິນສະບັບແປໂລກໃໝ່
-
-
14 ມື້ອື່ນເຊົ້າ ໃຫ້ພວກເຈົ້າມາລວມໂຕກັນ. ຖ້າພະເຢໂຫວາເລືອກ+ຕະກູນໃດກໍໃຫ້ຕະກູນນັ້ນອອກມາ. ຖ້າພະເຢໂຫວາເລືອກຈຸ້ມເຈື້ອໃດກໍໃຫ້ຈຸ້ມເຈື້ອນັ້ນອອກມາ. ຖ້າພະເຢໂຫວາເລືອກຄອບຄົວໃດກໍໃຫ້ຄອບຄົວນັ້ນອອກມາ ແລະໃຫ້ຄົນໃນຄອບຄົວນັ້ນອອກມາເທື່ອລະຄົນ.
-
-
ໂຢຊວຍ 7:18ຄຳພີໄບເບິນສະບັບແປໂລກໃໝ່
-
-
18 ໃນທີ່ສຸດ ລາວຈຶ່ງໃຫ້ຄົນໃນຄອບຄົວຂອງຊັບດີອອກມາເທື່ອລະຄົນ ແລ້ວອາຄານທີ່ເປັນລູກຊາຍຂອງກາມີ ເປັນຫຼານຂອງຊັບດີ ແລະເປັນເຫຼນຂອງເຊຣາຈາກຕະກູນຢູດາກໍຖືກເລືອກ.+
-
-
1 ຊາມູເອນ 14:42, 43ຄຳພີໄບເບິນສະບັບແປໂລກໃໝ່
-
-
42 ຊາອູນຈຶ່ງບອກວ່າ: “ໃຫ້ຈົກສະຫຼາກອີກເທື່ອໜຶ່ງ+ເພື່ອຈະຮູ້ວ່າແມ່ນຂ້ອຍຫຼືໂຢນາທານທີ່ເຮັດຜິດ.” ແລ້ວໂຢນາທານກໍຖືກເລືອກ. 43 ຊາອູນຈຶ່ງຖາມໂຢນາທານວ່າ: “ບອກພໍ່ໄດ້ບໍ່ວ່າລູກໄດ້ເຮັດຫຍັງ?” ໂຢນາທານຕອບວ່າ: “ລູກມີແຕ່ຊີມນ້ຳເຜີ້ງທີ່ຕິດຢູ່ປາຍໄມ້ຄ້ອນເທົ້າໜ້ອຍດຽວໜຶ່ງ.+ ຖ້າລູກຕ້ອງຕາຍລູກກໍຍອມ.”
-