-
ມັດທາຍ 12:39, 40ຄຳພີໄບເບິນສະບັບແປໂລກໃໝ່
-
-
39 ພະເຢຊູຕອບເຂົາເຈົ້າວ່າ: “ຄົນສະໄໝນີ້ເປັນຄົນຊົ່ວແລະບໍ່ສັດຊື່ຕໍ່ພະເຈົ້າ.* ເຂົາເຈົ້າມີແຕ່ຢາກເຫັນການອັດສະຈັນ ແຕ່ເຂົາເຈົ້າຈະບໍ່ໄດ້ເຫັນຫຍັງເລີຍ ນອກຈາກການອັດສະຈັນທີ່ເກີດຂຶ້ນກັບຜູ້ພະຍາກອນໂຢນາ.+ 40 ໂຢນາຢູ່ໃນທ້ອງປາໃຫຍ່ 3 ມື້ 3 ຄືນ.+ ລູກມະນຸດກໍຈະຢູ່ໃນບ່ອນຝັງສົບ 3 ມື້ 3 ຄືນຄືກັນ.+
-
-
ລູກາ 11:29, 30ຄຳພີໄບເບິນສະບັບແປໂລກໃໝ່
-
-
29 ເມື່ອປະຊາຊົນມາລວມກັນຫຼາຍຂຶ້ນ ພະເຢຊູກໍເວົ້າກັບເຂົາເຈົ້າວ່າ: “ຄົນສະໄໝນີ້ເປັນຄົນຊົ່ວ. ເຂົາເຈົ້າມີແຕ່ຢາກເຫັນການອັດສະຈັນ ແຕ່ເຂົາເຈົ້າຈະບໍ່ໄດ້ເຫັນຫຍັງເລີຍ ນອກຈາກການອັດສະຈັນທີ່ເກີດຂຶ້ນກັບໂຢນາ.+ 30 ສິ່ງທີ່ເກີດຂຶ້ນກັບໂຢນາ+ເປັນຫຼັກຖານໃຫ້ຄົນນີເນເວ ແລະສິ່ງທີ່ຈະເກີດຂຶ້ນກັບລູກມະນຸດກໍເປັນຫຼັກຖານໃຫ້ຄົນສະໄໝນີ້ຄືກັນ.
-