ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 3:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ໃນ​ຕອນ​ນັ້ນ ຄົນ​ຢູດາ​ແລະ​ຄົນ​ອິດສະຣາເອນ​ຈະ​ຍ່າງ​ມາ​ນຳ​ກັນ+ ແລະ​ເຂົາ​ເຈົ້າ​ຈະ​ພາກັນ​ມາ​ຈາກ​ແຜ່ນດິນ​ທີ່​ຢູ່​ທາງ​ເໜືອ ເພື່ອ​ມາ​ຢູ່​ແຜ່ນດິນ​ທີ່​ເຮົາ​ເອົາ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຈົ້າ​ເປັນ​ມໍລະດົກ.+

  • ເອເຊກຽນ 37:16
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 “ລູກ​ມະນຸດ ໃຫ້​ເຈົ້າ​ເອົາ​ໄມ້​ອັນ​ໜຶ່ງ​ມາ​ແລະ​ຂຽນ​ວ່າ ‘ສຳລັບ​ຢູດາ​ກັບ​ພວກ​ອິດສະຣາເອນ​ທີ່​ຢູ່​ນຳ​ລາວ.’+ ແລ້ວ​ໃຫ້​ເຈົ້າ​ເອົາ​ໄມ້​ອີກ​ອັນ​ໜຶ່ງ​ມາ​ແລະ​ຂຽນ​ວ່າ ‘ໄມ້​ຂອງ​ເອຟຣາຢິມ ສຳລັບ​ໂຢເຊັບ​ແລະ​ພວກ​ອິດສະຣາເອນ​ທຸກ​ຄົນ​ທີ່​ຢູ່​ນຳ​ລາວ.’+

  • ເອເຊກຽນ 37:19
    ຄຳພີໄບເບິນສະບັບແປໂລກໃໝ່
    • 19 ໃຫ້​ບອກ​ເຂົາເຈົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ເຮົາ​ຈະ​ເອົາ​ໄມ້​ທີ່​ຢູ່​ໃນ​ມື​ຂອງ​ເອຟຣາຢິມ​ເຊິ່ງ​ແມ່ນ​ໄມ້​ຂອງ​ໂຢເຊັບ​ແລະ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ​ມາ​ຢູ່​ກັບ​ໄມ້​ຂອງ​ຢູດາ.+ ເຮົາ​ຈະ​ກຳ​ໄມ້ 2 ອັນ​ນີ້​ໄວ້​ນຳ​ກັນ​ຄື​ກັບ​ກຳ​ໄມ້​ອັນ​ດຽວ.”’

  • ໂຮເຊອາ 1:10, 11
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ແຕ່​ໃນທີ່ສຸດ ຄົນ​ອິດສະຣາເອນ​ຈະ​ມີ​ຫຼາຍ​ຈົນ​ນັບ​ບໍ່​ໄດ້​ຄື​ກັບ​ເມັດ​ດິນ​ຊາຍ​ຢູ່​ທະເລ.+ ໃນ​ບ່ອນ​ທີ່​ເຮົາ​ເຄີຍ​ບອກ​ເຂົາ​ເຈົ້າ​ວ່າ ‘ພວກເຈົ້າ​ບໍ່​ແມ່ນ​ຄົນ​ຂອງ​ເຮົາ’+ ຈະ​ມີ​ຄົນ​ບອກ​ວ່າ ‘ພວກເຈົ້າ​ເປັນ​ລູກ​ຂອງ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່.’+ 11 ແລ້ວ​ເຮົາ​ຈະ​ລວບລວມ​ພວກ​ຢູດາ​ກັບ​ພວກ​ອິດສະຣາເອນ​ໃຫ້​ມາ​ຢູ່​ນຳ​ກັນ.+ ເຮົາ​ຈະ​ເລືອກ​ຄົນ​ໜຶ່ງ​ໃຫ້​ເປັນ​ຜູ້​ນຳ​ຂອງ​ເຂົາ​ເຈົ້າ ແລະ​ເຂົາ​ເຈົ້າ​ຈະ​ອອກ​ໄປ​ຈາກ​ແຜ່ນດິນ​ນັ້ນ. ມື້​ນັ້ນ​ຈະ​ເປັນ​ມື້​ທີ່​ສຳຄັນ​ສຳລັບ​ເຢດຊະເຣເອນ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌