-
ມາຣະໂກ 7:20-22ຄຳພີໄບເບິນສະບັບແປໂລກໃໝ່
-
-
20 ເພິ່ນເວົ້າຕໍ່ໄປວ່າ: “ສິ່ງທີ່ອອກມາຈາກໂຕເຮົາຫັ້ນແຫຼະທີ່ເຮັດໃຫ້ບໍ່ສະອາດ.+ 21 ສິ່ງທີ່ອອກມາຈາກທາງໃນແລະທີ່ອອກມາຈາກໃຈ+ແມ່ນຄວາມຄິດທີ່ຊົ່ວຮ້າຍ. ມັນພາໄປສູ່ການເຮັດຜິດສິນລະທຳທາງເພດ* ການລັກ ການຂ້າຄົນ 22 ການຫຼິ້ນຊູ້ ຄວາມໂລບ ການເຮັດຊົ່ວ ການຫຼອກລວງ ການເຮັດຊົ່ວແບບບໍ່ອາຍ* ຄວາມອິດສາ ການໝິ່ນປະໝາດ ຄວາມຍິ່ງ ແລະການຂາດຄວາມສຳນຶກ.
-