-
ມັດທາຍ 23:15, 16ຄຳພີໄບເບິນສະບັບແປໂລກໃໝ່
-
-
15 ພວກຄູສອນສາສະໜາແລະພວກຟາຣີຊາຍທີ່ໜ້າຊື່ໃຈຄົດ ພວກເຈົ້າຕ້ອງຖືກໂທດໜັກແທ້ໆ!+ ຍ້ອນພວກເຈົ້າໄປທຸກບ່ອນທັງທາງບົກແລະທາງທະເລເພື່ອຈະໄດ້ຈັກຄົນໜຶ່ງມາເຂົ້າສາສະໜາ ແຕ່ເມື່ອໄດ້ແລ້ວ ພວກເຈົ້າພັດເຮັດໃຫ້ລາວຕ້ອງໄປເກເຮັນນາ*ແລະລາວຈະມີຄວາມຜິດຫຼາຍກວ່າພວກເຈົ້າເຖິງ 2 ເທົ່າ.
16 ພວກຄົນນຳທາງທີ່ຕາບອດ ພວກເຈົ້າຕ້ອງຖືກໂທດໜັກແທ້ໆ+ທີ່ສອນວ່າ ‘ຖ້າຜູ້ໃດສາບານໂດຍອ້າງວິຫານ ລາວບໍ່ຕ້ອງເຮັດຕາມກໍໄດ້. ແຕ່ຖ້າຜູ້ໃດສາບານໂດຍອ້າງຄຳໃນວິຫານ ລາວຈະຕ້ອງເຮັດຕາມ.’+
-