ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມາຣະໂກ 7:25-30
    ຄຳພີໄບເບິນສະບັບແປໂລກໃໝ່
    • 25 ຜູ້​ຍິງ​ຄົນ​ໜຶ່ງ​ມີ​ລູກ​ສາວ​ທີ່​ຍັງ​ນ້ອຍ​ແລະ​ຖືກ​ປີສາດ​ສິງ. ລາວ​ໄດ້​ຍິນ​ຂ່າວ​ເລື່ອງ​ພະ​ເຢຊູ​ຈຶ່ງ​ຟ້າວ​ມາ​ຫາ​ແລະ​ໝູບ​ລົງ​ຢູ່​ຕີນ​ເພິ່ນ.+ 26 ຜູ້​ຍິງ​ຄົນ​ນີ້​ເປັນ​ຄົນ​ກຣີກ​ມາ​ຈາກ​ຟອຍນີເກ​ແຂວງ​ຊີເຣຍ.* ລາວ​ອ້ອນວອນ​ໃຫ້​ພະ​ເຢຊູ​ຊ່ວຍ​ໄລ່​ປີສາດ​ອອກ​ຈາກ​ລູກ​ສາວ​ຂອງ​ລາວ. 27 ແຕ່​ເພິ່ນ​ບອກ​ລາວ​ວ່າ: “ມັນ​ບໍ່​ຖືກ​ທີ່​ຈະ​ເອົາ​ຂອງກິນ​ຂອງ​ລູກ​ໂຍນ​ໃຫ້​ໝາ​ນ້ອຍ ຕ້ອງ​ໃຫ້​ລູກ​ກິນ​ອີ່ມ​ກ່ອນ.”+ 28 ລາວ​ບອກ​ວ່າ: “ກະ​ແມ່ນ ທ່ານ​ເອີ້ຍ ແຕ່​ໝາ​ນ້ອຍ​ກໍ​ຍັງ​ໄດ້​ກິນ​ເສດ​ຂອງກິນ​ທີ່​ຢູ່​ກ້ອງ​ໂຕະ​ລູກ​ຂອງ​ນາຍ​ມັນ.” 29 ເມື່ອ​ໄດ້​ຍິນ​ແບບ​ນັ້ນ ພະ​ເຢຊູ​ກໍ​ບອກ​ລາວ​ວ່າ: “ຍ້ອນ​ເຈົ້າ​ເວົ້າ​ຈັ່ງ​ຊີ້ ຕອນນີ້​ໃຫ້​ເຈົ້າ​ເມືອ​ເຮືອນສະ. ປີສາດ​ໄດ້​ອອກ​ຈາກ​ລູກ​ສາວ​ເຈົ້າ​ແລ້ວ.”+ 30 ລາວ​ຈຶ່ງ​ເມືອ​ເຮືອນ​ແລະ​ເຫັນ​ລູກ​ສາວ​ນອນ​ຢູ່​ເທິງ​ຕຽງ ແລະ​ປີສາດ​ກໍ​ອອກ​ໄປ​ແລ້ວ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌