10 ຢ່າຢ້ານຄວາມທຸກທີ່ເຈົ້າກຳລັງຈະເຈິ.+ ຟັງເດີ້! ມານຮ້າຍຈະຈັບພວກເຈົ້າບາງຄົນຂັງໄວ້ໃນຄຸກເຊິ່ງຈະເປັນການທົດສອບພວກເຈົ້າຢ່າງເຕັມທີ ແລະພວກເຈົ້າຈະຕ້ອງທົນທຸກລຳບາກຮອດ 10 ມື້. ແຕ່ຂໍໃຫ້ສັດຊື່ຈົນຮອດມື້ຕາຍ ແລ້ວຂ້ອຍຈະໃຫ້ຊີວິດເປັນລາງວັນກັບພວກເຈົ້າ.+