ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມາລາກີ 3:1
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ “ຖ້າ​ເບິ່ງ​ເດີ້ ເຮົາ​ຈະ​ໃຫ້​ຜູ້​ສົ່ງ​ຂ່າວ​ຂອງ​ເຮົາ​ໄປ ແລະ​ລາວ​ຈະ​ກຽມ​ທາງ​ໄວ້​ໃຫ້​ເຮົາ.+ ຕອນ​ທີ່​ບໍ່​ມີ​ໃຜ​ຄາດ​ຄິດ ຜູ້​ເປັນ​ນາຍ​ສູງ​ສຸດ​ທີ່​ພວກ​ເຈົ້າ​ກຳລັງ​ຊອກຫາ​ຈະ​ມາ​ວິຫານ​ຂອງ​ເພິ່ນ+ ແລະ​ຜູ້​ສົ່ງ​ຂ່າວ​ເລື່ອງ​ຄຳ​ສັນຍາ​ທີ່​ພວກ​ເຈົ້າ​ຕັ້ງໃຈ​ລໍ​ຖ້າ​ກໍ​ຈະ​ມາ. ລາວ​ຈະ​ມາ​ແນ່ນອນ.”

  • ມັດທາຍ 3:1
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ຕໍ່​ມາ ໂຢຮັນ+​ຜູ້​ໃຫ້​ບັບເຕມາ*​ເລີ່ມ​ປະກາດ+​ໃນ​ບ່ອນ​ກັນດານ​ຢູດາຍ​ວ່າ:

  • ມັດທາຍ 3:3
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ຜູ້​ພະຍາກອນ​ເອຊາຢາ+​ໄດ້​ເວົ້າ​ເຖິງ​ໂຢຮັນ​ຜູ້​ນີ້​ວ່າ: “ມີ​ສຽງ​ຮ້ອງ​ອອກ​ມາ​ຈາກ​ບ່ອນ​ກັນດານ​ວ່າ ‘ໃຫ້​ກຽມ​ທາງ​ໄວ້​ສຳລັບ​ພະ​ເຢໂຫວາ.* ໃຫ້​ເຮັດ​ທາງ​ຂອງ​ເພິ່ນ​ໃຫ້​ຊື່​ໆ​.’”+

  • ມັດທາຍ 11:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ຜູ້​ນີ້​ແຫຼະ​ແມ່ນ​ຄົນ​ທີ່​ພະຄຳພີ​ບອກ​ໄວ້​ວ່າ ‘ຖ້າ​ເບິ່ງ​ເດີ້! ເຮົາ​ຈະ​ໃຫ້​ຜູ້​ສົ່ງ​ຂ່າວ​ຂອງ​ເຮົາ​ໄປ​ກ່ອນ​ເຈົ້າ. ລາວ​ຈະ​ກຽມ​ທາງ​ໄວ້​ໃຫ້​ເຈົ້າ.’+

  • ລູກາ 3:2-6
    ຄຳພີໄບເບິນສະບັບແປໂລກໃໝ່
    • 2 ອັນນາ​ເປັນ​ຫົວໜ້າ​ປະໂລຫິດ; ແລະ​ກາຢະຟາ​ເປັນ​ປະໂລຫິດ​ໃຫຍ່.+ ໃນ​ປີ​ນັ້ນ ພະເຈົ້າ​ສົ່ງ​ຂ່າວ​ໃຫ້​ໂຢຮັນ+​ລູກ​ຊາຍ​ຂອງ​ເຊຄາຣີຢາ​ຕອນ​ທີ່​ລາວ​ຢູ່​ໃນ​ບ່ອນ​ກັນດານ.+

      3 ໂຢຮັນ​ຈຶ່ງ​ໄປ​ທົ່ວ​ເຂດ​ແມ່​ນ້ຳ​ຈໍແດນ​ແລະ​ປະກາດ​ໃຫ້​ຄົນ​ຮັບ​ບັບເຕມາ​ເພື່ອ​ສະແດງ​ວ່າ​ເຂົາເຈົ້າ​ກັບໃຈ ແລ້ວ​ພະເຈົ້າ​ຈະ​ຍົກໂທດ​ຄວາມ​ຜິດ​ຂອງ​ເຂົາເຈົ້າ.+ 4 ເລື່ອງ​ນີ້​ເປັນ​ໄປ​ຕາມ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ຜູ້​ພະຍາກອນ​ເອຊາຢາ​ທີ່​ວ່າ: “ມີ​ສຽງ​ຮ້ອງ​ອອກ​ມາ​ຈາກ​ບ່ອນ​ກັນດານ​ວ່າ ‘ໃຫ້​ກຽມ​ທາງ​ໄວ້​ສຳລັບ​ພະ​ເຢໂຫວາ.* ໃຫ້​ເຮັດ​ທາງ​ຂອງ​ເພິ່ນ​ໃຫ້​ຊື່​ໆ​.+ 5 ຮ່ອມພູ​ທຸກ​ບ່ອນ​ຕ້ອງ​ຖົມ​ໃຫ້​ເຕັມ ພູ​ແລະ​ໂນນ​ພູ​ທຸກ​ໜ່ວຍ​ຕ້ອງ​ເຮັດ​ໃຫ້​ພຽງ ທາງ​ຄົດ​ລ້ຽວ​ຕ້ອງ​ເຮັດ​ໃຫ້​ຊື່ ແລະ​ບ່ອນ​ທີ່​ມີ​ຂຸມ​ຕ້ອງ​ປັບ​ໃຫ້​ລຽບ. 6 ມະນຸດ​ທຸກ​ຄົນ​ຈະ​ໄດ້​ເຫັນ​ການ​ຊ່ວຍ​ໃຫ້​ລອດ​ຈາກ​ພະເຈົ້າ.’”+

  • ລູກາ 7:27
    ຄຳພີໄບເບິນສະບັບແປໂລກໃໝ່
    • 27 ຜູ້​ນີ້​ແຫຼະ​ແມ່ນ​ຄົນ​ທີ່​ພະຄຳພີ​ບອກ​ໄວ້​ວ່າ ‘ຖ້າ​ເບິ່ງ​ເດີ້! ເຮົາ​ຈະ​ໃຫ້​ຜູ້​ສົ່ງ​ຂ່າວ​ຂອງ​ເຮົາ​ໄປ​ກ່ອນ​ເຈົ້າ. ລາວ​ຈະ​ກຽມ​ທາງ​ໄວ້​ໃຫ້​ເຈົ້າ.’+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌