-
ມັດທາຍ 14:15-21ຄຳພີໄບເບິນສະບັບແປໂລກໃໝ່
-
-
15 ເມື່ອຮອດຕອນແລງ ພວກລູກສິດມາຫາພະເຢຊູແລ້ວເວົ້າວ່າ: “ແຖວນີ້ບໍ່ມີຫຍັງຂາຍແລະຕອນນີ້ກໍຄ່ຳແລ້ວ ພວກເຮົາບອກປະຊາຊົນໃຫ້ໄປຊອກຊື້ຂອງກິນຕາມບ້ານທີ່ຢູ່ໃກ້ໆນີ້ດີບໍ່?”+ 16 ແຕ່ພະເຢຊູບອກລູກສິດວ່າ: “ບໍ່ຕ້ອງໃຫ້ເຂົາເຈົ້າໄປໃສດອກ. ໃຫ້ພວກເຈົ້າຫັ້ນແຫຼະເອົາຂອງກິນໃຫ້ເຂົາເຈົ້າກິນ.” 17 ພວກລູກສິດບອກເພິ່ນວ່າ: “ພວກເຮົາມີແຕ່ເຂົ້າຈີ່ 5 ອັນກັບປາ 2 ໂຕ.” 18 ພະເຢຊູບອກວ່າ: “ເອົາເຂົ້າຈີ່ກັບປາມາໃຫ້ຂ້ອຍ.” 19 ເພິ່ນສັ່ງໃຫ້ທຸກຄົນນັ່ງລົງເທິງຫຍ້າ. ຈາກນັ້ນ ເພິ່ນກໍຈັບເອົາເຂົ້າຈີ່ 5 ອັນກັບປາ 2 ໂຕ ແລ້ວເງີຍໜ້າຂຶ້ນຟ້າແລະອະທິດຖານ.+ ເພິ່ນຫັກເຂົ້າຈີ່ຍື່ນໃຫ້ພວກລູກສິດ ແລະພວກລູກສິດກໍຢາຍໃຫ້ປະຊາຊົນ. 20 ທຸກຄົນໄດ້ກິນຈົນອີ່ມ ແລະພວກລູກສິດກໍທ້ອນເຂົ້າຈີ່ທີ່ເຫຼືອໄດ້ເຕັມ 12 ກະຕ່າ.+ 21 ຄົນທີ່ໄດ້ກິນມີຜູ້ຊາຍປະມານ 5.000 ຄົນ ເຊິ່ງບໍ່ນັບຜູ້ຍິງກັບເດັກນ້ອຍ.+
-
-
ລູກາ 9:12-17ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ເມື່ອຮອດຕອນແລງ ພວກອັກຄະສາວົກ 12 ຄົນມາຫາພະເຢຊູແລ້ວເວົ້າວ່າ: “ບອກປະຊາຊົນໃຫ້ເຂົ້າໄປຕາມບ້ານແລະບ່ອນອື່ນໆທີ່ຢູ່ໃກ້ໆນີ້ດີບໍ່ ເພື່ອເຂົາເຈົ້າຊິໄດ້ໄປຊອກຊື້ຂອງກິນແລະຊອກຫາບ່ອນພັກ ຍ້ອນແຖວນີ້ຢູ່ຫ່າງໄກຈາກຄົນ.”+ 13 ແຕ່ເພິ່ນບອກພວກອັກຄະສາວົກວ່າ: “ໃຫ້ພວກເຈົ້າຫັ້ນແຫຼະເອົາຂອງກິນໃຫ້ເຂົາເຈົ້າກິນ.”+ ເຂົາເຈົ້າຕອບວ່າ: “ພວກເຮົາມີເຂົ້າຈີ່ແຕ່ 5 ອັນກັບປາ 2 ໂຕ ຕ້ອງໄປຊື້ຂອງກິນມາຕື່ມຈຶ່ງຈະພໍສຳລັບທຸກຄົນ.” 14 ຢູ່ຫັ້ນມີຜູ້ຊາຍປະມານ 5.000 ຄົນ. ພະເຢຊູບອກພວກລູກສິດວ່າ: “ໃຫ້ທຸກຄົນນັ່ງລົງເປັນກຸ່ມ ກຸ່ມລະປະມານ 50 ຄົນ.” 15 ພວກລູກສິດໃຫ້ປະຊາຊົນນັ່ງລົງຕາມທີ່ເພິ່ນບອກ. 16 ແລ້ວພະເຢຊູກໍຈັບເອົາເຂົ້າຈີ່ 5 ອັນກັບປາ 2 ໂຕ ແລ້ວເງີຍໜ້າຂຶ້ນຟ້າແລະອະທິດຖານ. ຈາກນັ້ນກໍຫັກເຂົ້າຈີ່ຍື່ນໃຫ້ພວກລູກສິດ ແລະພວກລູກສິດກໍຢາຍໃຫ້ປະຊາຊົນ. 17 ທຸກຄົນໄດ້ກິນຈົນອີ່ມ ແລະພວກລູກສິດກໍທ້ອນເຂົ້າຈີ່ທີ່ເຫຼືອໄດ້ 12 ກະຕ່າ.+
-