-
ມັດທາຍ 16:1-3ຄຳພີໄບເບິນສະບັບແປໂລກໃໝ່
-
-
16 ແລ້ວພວກຟາຣີຊາຍກັບພວກຊາດູກາຍກໍເຂົ້າມາທົດສອບພະເຢຊູ ເຂົາເຈົ້າຂໍໃຫ້ເພິ່ນເຮັດການອັດສະຈັນໃນທ້ອງຟ້າໃຫ້ເຂົາເຈົ້າເຫັນ.+ 2 ພະເຢຊູບອກເຂົາເຈົ້າວ່າ: “ຕອນແລງ ພວກເຈົ້າມັກເວົ້າວ່າ ‘ອາກາດດີຍ້ອນຟ້າເປັນສີແດງ’ 3 ແລະຕອນເຊົ້າພວກເຈົ້າກໍເວົ້າວ່າ ‘ມື້ນີ້ຝົນຊິຕົກແລະອາກາດຊິໜາວ ຍ້ອນຟ້າເປັນສີແດງແລະມືດຄຶ້ມ.’ ພວກເຈົ້າເບິ່ງທ້ອງຟ້າອອກ ແຕ່ສິ່ງທີ່ກຳລັງເກີດຂຶ້ນນີ້ ພວກເຈົ້າພັດເບິ່ງບໍ່ອອກວ່າມັນໝາຍເຖິງຫຍັງ.
-