ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມັດທາຍ 17:1-8
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ຫົກ​ມື້​ຕໍ່​ມາ ພະ​ເຢຊູ​ພາ​ເປໂຕ​ແລະ​ຢາໂກໂບ​ກັບ​ໂຢຮັນ​ທີ່​ເປັນ​ອ້າຍ​ນ້ອງ​ກັນ​ຂຶ້ນ​ໄປ​ເທິງ​ພູ​ສູງ​ໆ​.+ 2 ແລ້ວ​ລັກສະນະ​ຂອງ​ພະ​ເຢຊູ​ກໍ​ປ່ຽນ​ໄປ​ຕໍ່​ໜ້າ​ເຂົາເຈົ້າ. ໜ້າ​ຂອງ​ເພິ່ນ​ມີ​ແສງ​ຄື​ກັບ​ຕາເວັນ ແລະ​ເຄື່ອງນຸ່ງ​ຂອງ​ເພິ່ນ​ກໍ​ຂາວ​ເຈີດຈ້າ.+ 3 ທັນໃດ​ນັ້ນ ເຂົາເຈົ້າ​ກໍ​ເຫັນ​ໂມເຊ​ກັບ​ເອລີຢາ​ກຳລັງ​ລົມ​ກັບ​ພະ​ເຢຊູ. 4 ເປໂຕ​ເວົ້າ​ກັບ​ພະ​ເຢຊູ​ວ່າ: “ນາຍ​ເອີ້ຍ ດີ​ແທ້​ໆ​ທີ່​ພວກ​ເຮົາ​ໄດ້​ມາ​ຢູ່​ນີ້. ຖ້າ​ທ່ານ​ຕ້ອງການ ຂ້ອຍ​ຈະ​ປຸກ​ເຕັ້ນ​ໄວ້​ຢູ່​ນີ້ 3 ຫຼັງ ໃຫ້​ທ່ານ​ຫຼັງ​ໜຶ່ງ ໂມເຊ​ຫຼັງ​ໜຶ່ງ ແລະ​ເອລີຢາ​ຫຼັງ​ໜຶ່ງ.” 5 ເປໂຕ​ເວົ້າ​ບໍ່​ທັນ​ສຸດ​ຄວາມ​ກໍ​ມີ​ຂີ້ເຝື້ອ​ທີ່​ຂາວ​ເຈີດຈ້າ​ມາ​ປົກ​ຄຸມ​ເຂົາເຈົ້າ ແລະ​ມີ​ສຽງ​ເວົ້າ​ອອກ​ມາ​ຈາກ​ຂີ້ເຝື້ອ​ວ່າ: “ຜູ້​ນີ້​ແມ່ນ​ລູກ​ທີ່​ເຮົາ​ຮັກ. ເຮົາ​ພໍໃຈ​ລາວ​ຫຼາຍ.+ ພວກ​ເຈົ້າ​ຕ້ອງ​ເຊື່ອຟັງ​ລາວ.”+ 6 ເມື່ອ​ເຂົາເຈົ້າ​ໄດ້​ຍິນ​ກໍ​ໝູບ​ໜ້າ​ລົງ​ພື້ນ​ແລະ​ຢ້ານ​ຫຼາຍ. 7 ພະ​ເຢຊູ​ເຂົ້າ​ມາ​ໃກ້​ແລະ​ຈັບ​ເຂົາເຈົ້າ ແລ້ວ​ເວົ້າ​ວ່າ: “ລຸກ​ຂຶ້ນ ບໍ່​ຕ້ອງ​ຢ້ານ.” 8 ເມື່ອ​ເຂົາເຈົ້າ​ເງີຍ​ໜ້າ​ຂຶ້ນ​ກໍ​ບໍ່​ເຫັນ​ຜູ້​ໃດ​ນອກ​ຈາກ​ພະ​ເຢຊູ.

  • ລູກາ 9:28-36
    ຄຳພີໄບເບິນສະບັບແປໂລກໃໝ່
    • 28 ຫຼັງ​ຈາກ​ເວົ້າ​ເລື່ອງ​ນັ້ນ​ໄດ້​ປະມານ 8 ມື້ ພະ​ເຢຊູ​ກໍ​ພາ​ເປໂຕ ໂຢຮັນ ແລະ​ຢາໂກໂບ​ຂຶ້ນ​ໄປ​ເທິງ​ພູ​ເພື່ອ​ອະທິດຖານ.+ 29 ຕອນ​ທີ່​ພະ​ເຢຊູ​ກຳລັງ​ອະທິດຖານ ໜ້າ​ຂອງ​ເພິ່ນ​ກໍ​ມີ​ແສງ​ເຫຼື້ອມ​ແລະ​ເຄື່ອງນຸ່ງ​ຂອງ​ເພິ່ນ​ກໍ​ຂາວ​ເຈີດຈ້າ. 30 ທັນໃດ​ນັ້ນ ມີ​ຜູ້​ຊາຍ 2 ຄົນ​ມາ​ລົມ​ກັບ​ພະ​ເຢຊູ. ສອງ​ຄົນ​ນັ້ນ​ແມ່ນ​ໂມເຊ​ກັບ​ເອລີຢາ. 31 ຕົນ​ໂຕ​ຂອງ​ເຂົາເຈົ້າ​ເຫຼື້ອມ ແລະ​ເຂົາເຈົ້າ​ລົມ​ກັນ​ເລື່ອງ​ການ​ຈາກ​ໄປ​ຂອງ​ພະ​ເຢຊູ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ເມືອງ​ເຢຣູຊາເລັມ.+ 32 ຕອນ​ນັ້ນ ເປໂຕ​ກັບ​ລູກສິດ​ອີກ 2 ຄົນ​ກຳລັງ​ນອນ​ເຄິ່ງ​ຫຼັບ​ເຄິ່ງ​ຕື່ນ. ແຕ່​ເມື່ອ​ຕື່ນ​ແລ້ວ ເຂົາເຈົ້າ​ກໍ​ເຫັນ​ຕົນ​ໂຕ​ຂອງພະ​ເຢຊູ​ເຫຼື້ອມ+​ແລະ​ເຫັນ 2 ຄົນ​ນັ້ນ​ຢືນ​ຢູ່​ກັບ​ເພິ່ນ. 33 ຕອນ​ທີ່ 2 ຄົນ​ນັ້ນ​ກຳລັງ​ຈະ​ໄປ ເປໂຕ​ເວົ້າ​ກັບ​ພະ​ເຢຊູ​ວ່າ: “ອາຈານ ດີ​ແທ້​ໆ​ທີ່​ພວກ​ເຮົາ​ໄດ້​ມາ​ຢູ່​ນີ້. ໃຫ້​ພວກ​ເຮົາ​ປຸກ​ເຕັ້ນ​ໄວ້​ຢູ່​ນີ້ 3 ຫຼັງ ໃຫ້​ທ່ານ​ຫຼັງ​ໜຶ່ງ ໂມເຊ​ຫຼັງ​ໜຶ່ງ ແລະ​ເອລີຢາ​ຫຼັງ​ໜຶ່ງ.” ແຕ່​ລາວ​ບໍ່​ຮູ້​ວ່າ​ໂຕເອງ​ກຳລັງ​ເວົ້າ​ຫຍັງ​ຢູ່. 34 ເປໂຕ​ເວົ້າ​ບໍ່​ທັນ​ສຸດ​ຄວາມ​ກໍ​ມີ​ຂີ້ເຝື້ອ​ມາ​ປົກ​ຄຸມ​ເຂົາເຈົ້າ​ໄວ້ ແລະ​ຕອນ​ທີ່​ຢູ່​ໃນ​ຂີ້ເຝື້ອ​ພວກ​ອັກຄະ​ສາວົກ​ກໍ​ຢ້ານ​ຫຼາຍ. 35 ແລ້ວ​ກໍ​ມີ​ສຽງ+​ເວົ້າ​ອອກ​ມາ​ຈາກ​ຂີ້ເຝື້ອ​ວ່າ: “ຜູ້​ນີ້​ແມ່ນ​ລູກ​ຂອງ​ເຮົາ. ເຮົາ​ໄດ້​ເລືອກ​ລາວ​ໄວ້​ແລ້ວ.+ ພວກ​ເຈົ້າ​ຕ້ອງ​ເຊື່ອຟັງ​ລາວ.”+ 36 ຕອນ​ທີ່​ໄດ້​ຍິນ​ສຽງ​ເວົ້າ ພວກ​ລູກສິດ​ເຫັນ​ພະ​ເຢຊູ​ຢູ່​ຫັ້ນ​ຄົນ​ດຽວ. ເຂົາເຈົ້າ​ເກັບ​ເລື່ອງ​ນັ້ນ​ໄວ້​ແລະບໍ່​ໄດ້​ບອກ​ຜູ້​ໃດ​ໃນ​ຕອນ​ນັ້ນ​ກ່ຽວກັບ​ສິ່ງ​ທີ່​ເຂົາເຈົ້າ​ເຫັນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌